ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງລາວ
ທ່ານນາງ ເຈືອງທິມາຍ ຕ້ອນຮັບ
ທ່ານນາງ ອິນລາວັນ ແກ້ວບຸນພັນ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 07/04, ທ່ານນາງ ເຈືອງທິມາຍ ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງ ລາວ ໂດຍທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກປະຊາຊົນປະຕິວັດ ລາວ, ປະທານສະຫະພັນແມ່ຍິງ ລາວ ນຳໜ້າ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ: ບົນພື້ນຖານບັນດາຜົນງານອັນໃຫຍ່ຫລວງ, ຮອບດ້ານມີຄວາມໝາຍປະຫວັດສາດ ພາຍຫລັງ 30 ປີແຫ່ງວັນປ່ຽນໃໝ່, ພັກ, ລັດ ແລະ ປະຊາຊົນ ລາວ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ ຢ່າງມີໄຊ. ສ່ວນທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການຮ່ວມມືລະຫວ່າງສະຫະພັນແມ່ຍິງ 2 ປະເທດໃນໄລຍະຜ່ານມາ; ຢືນຢັນວ່າ: ສະຫະພັນແມ່ຍິງ ລາວ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະຫະພັນແມ່ຍິງ ຫວຽດນາມ ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ມິດຕະພາບ, ປະກອບສ່ວນເຂົ້າການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ.