ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພົບປະກັບຊາວຫວຽດນາມແລະນັກສຶກສາຫວຽດນາມພວມດຳລົງຊີວິດແລະຮຳ່ຮຽນຢູ່ອາເມລິກາ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພົບປະກັບຊາວຫວຽດນາມແລະນັກສຶກສາຫວຽດນາມພວມດຳລົງຊີວິດແລະຮຳ່ຮຽນຢູ່ອາເມລິກາ - ảnh 1
ທ່ານ​ນາງ ຮ່າ​ທິຄຽດ ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​​​
(ພາບ: xaluan.com)


(vovworld) - ວັນ​ທີ 6/8, ຢູ່​ນິວຢອກ ປະ​ເທດ ອາ​ເມ​ລິ​ກາ, ທ່ານ​ນາງ ຮ່າ​ທິຄຽດ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​​​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້ຕາງໜ້າ ຫວຽດນາມ​ ປະຈຳ ສະຫະ​ປະຊາ​ຊາດ, ​ແລະ ຊາວ ຫວຽດນາມ, ນັກ​ສຶກສາ ຫວຽດນາມພວມ​ດຳລົງ​ຊີວິດ​ແລະ​ຮຳ່ຮຽນ​ຢູ່ ນິວຢອກ ປະ​ເທດ ​ອາ​ເມ​ລິ​ກາ.

           ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ຮ່າ​ທິຄຽດ ​ເນັ້ນ​ໜັກວ່າ: ຄະນະ​ຜູ້ຕາງໜ້າ ຫວຽດນາມ​ ປະຈຳ ສະຫະ​ປະຊາ​ຊາດ ຄວນ​ສືບ​ຕໍ່​ຊາບຊືມຢ່າງ​ເລິກ​ເຊິ່ງມະຕິ​ຂອງ​ກົມ​ການ​ເມືອງຊຸດ​ທີ 9 ກ່ຽວກັບ​ວຽກ​ງານ​ສຳລັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່. ສ່ວນ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຫົວໜ້າ ຄະນະ​ຜູ້ຕາງໜ້າ ຫວຽດນາມ​ ປະຈຳ ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ວຽກ​ງານ​ຂົນຂວາຍ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຈະ​ສືບ​ຕໍ່​ຍູ້​ແຮງ ​​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ຄົນ​ລຸ້ນກ່ອນ ​ແລະ ລຸ້​ນໄວ​ໜຸ່ມ ​ເພື່ອ​ດຶງ​ດູດ​​ໄວ​ໜຸ່ມ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ການ​ເຄື່ອ​ນໄຫວຂອງ​ສະມາຄົມ​ນັບ​ມື້​ນັບ​ຫລາຍ​ຂຶ້ນ.

ຂ່າວ/ບົດ​ອື່ນ