ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂຕຮູຍເຣື໋ຍ ຕ້ອນຮັບປະທານຄະນະປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂຕຮູຍເຣື໋ຍ ຕ້ອນຮັບປະທານຄະນະປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ - ảnh 1
ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ ໂຕ​ຮູ​ຍ​ເຣ໋ຍ ຕ້ອນຮັບ​ປະທານ​ຄະນະ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຍີ່ປຸ່ນ
(ພາບ:Nguyen Dan/ TTXVN)

(​vovworld) – ທີ່​ການຕ້ອນຮັບ​ປະທານ​ຄະນະ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຍີ່ປຸ່ນ Shii Kazuo, ພວມ​ຢູ້ຢ້ຽມຢາມ ຫວຽດນາມ, ​ໃນຕອນ​ບ່າຍ​ວັນ​ທີ 24/9, ທ່ານ ​ໂຕ​ຮູ​ຍເຣື໋ຍ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ, ປະທານ ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ - ຍີ່ປຸ່ນ, ​ເນັ້ນ​ໜັກວ່າ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ ພວມຢູ່​ໃນ​ໄລຍະ​ດີ​ງານ​ທີ່​ສຸດ. ການ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຍີ່ປຸ່ນ ສວມ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​​ໃຫ້ພັດທະນາ. ກ່ຽວ​ກັບ​ການ​ພົວພັນລະຫວ່າງ 2 ພັກ, ທ່ານ ໂຕ​ຮູ​ຍ​ເຣື໋ຍ ຕີລາຄາ​ສູງໝາກຜົນ​ຂອງ​ການ​ແລກ​ປ່ຽນ​ທິດ​ສະ​ດີລະຫວ່າງ 2 ພັກຄັ້ງ​ຕ່າງໆ, ​ເຊື່​ອໝັ້ນ​ວ່າ​ບັນດາ​ການ​ແລກປ່ຽນ​ທິດ​ສະ​ດີ ​ແລະ ບົດຮຽນພຶດຕິ​ກຳ​ຕົວ​ຈິງ​ບໍ່​ພຽງ​ແຕ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ພັກ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​​ໃຫ້​ບົດຮຽນ ​ແລະ ທິດ​ສະ​ດີ​ຂອງ​ແຕ່​ລະ​ພັກອຸດົມສົມ​ບູນອີກ​ດ້ວຍ. ສ່ວນ​ທ່ານ Shii Kazuo, ຢືນຢັນ​ພັກ​ກອມ​ມູນິດ ຍີ່ປຸ່ນ ສະໜັບສະໜູນ ​ແລະ ​ເຂົ້າ​ຮ່ວມ​​​ພັນທະ​ມິດ​ສະມາຊິກ​ສະພ​າ​ແຫ່ງ​ຊາດ​ມິດ​ຕະພາບ ຍີ່ປຸ່ນ - ຫວຽດນາມ ຢ່າງ​ຕັ້ງໜ້າ, ມານະ​ພະຍາຍາມ​ເຄື່ອນ​ໄຫວ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ.

    ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຢູ່ ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ ຍີ່ປຸ່ນ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ. ຄະນະ​ກໍ່​ໄດ້​​ໄປຢ້ຽມຢາມ​ບາງ​ຮາກ​ຖານ​ເສດຖະກິດ, ວັດທະນະທຳ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ