ຫ້ອງວ່າການສະພາແຫ່ງຊາດ ແລະ ກະຊວງຕຳຫຼວດ ລົງນາມໃນກົດລະບຽບຮັບປະກັນຄວາມສະຫງົບປອດໄພ

ຫ້ອງວ່າການສະພາແຫ່ງຊາດ ແລະ ກະຊວງຕຳຫຼວດ ລົງນາມໃນກົດລະບຽບຮັບປະກັນຄວາມສະຫງົບປອດໄພ - ảnh 1
ທີ່​ພິທີ​ລົງ​ນາມ
(ພາບ: VGP)


(vovworld) -     ຕອນ​ບ່າຍ​ວັນ​ທີ 20/11, ຢູ່​ສຳນັກງານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາ​ດ ​ໄດ້​ດຳ​ເນີນ​ພິທີ​ລົ​ງນາມ “ກົດ​ລະບຽບ​ປະສານ​ງານ​ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ກະຊວງ​ຕຳຫຼວດ ​ໃນ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​​​ໃນ​ການ​ເຄື່ອນ​ໄຫວຂອງ​ສະພາ​ແຫ່ງ​ຊາດ”. ກົດ​ລະບຽບ​​ເລີ່​ມມີ​ຜົນ​ສັກສິດ​ແຕ່​ວັນ​ທີ 1/1/2013, ​ໃນ​ນັ້ນກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັ​ບເນື້ອ​ໃນ ​ແລະ ​ຂັ້ນ​ຕອນ, ວິ​ທີ​ປະສານ​ງານ, ການຈັດ​ຕັ້ງ​​ປະຕິບັດ, ​ແບ່ງ​ໜ້າ​ທີ່​ຢ່າງ​ລະອຽດ, ຈະ​ແຈ້ງ​ຂອງ​ແຕ່​ລະ​ຫົວໜ່ວຍ, ອົງການຮັບ​ໃຊ້​ວຽກ​ງານ​ຮັບປະ​ກັບ​ຄວາມ​ປອດ​ໄພ​ຢ່າງ​ເດັດຂາດ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຂ​ອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ; ສະມາຊິກ​ສະພາ​ແຫ່ງ​ຊາດ ກໍ​ຄື​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ​ຫັນມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ເປັນ​ລະບຽບ​ການກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ປັບປຸງ, ປ່ຽນ​ໃໝ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາ​ດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ນາງ​ຮ​ອງປະທານ​ສະພາ​ແຫ່ງ​ຊາດ Tong Thi Phong ສະ​ເໜີ​ໃຫ້​ສອງ​ອົງການ​ຕ້ອງ​ກໍ່ສ້າງ​ໂຄງການ​​ເຄື່ອນ​ໄຫວ​ຢ່າງ​ລະອຽດ​ໂດຍ​ໄວ ​ເພື່ອ​ຜັນ​ຂະຫຍາຍ​ກົດ​ລະບຽບ​ໃນ​ສະພາບ​ການ​ໃໝ່​ເປັນ​ຢ່າງ​ດີ.

“​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ກອງ​ປະຊຸມ​ສາກົນ ​ເຊິ່ງ​ລັດຖະສະພາ​ບັນດາ​ປະ​ເທດອາ​ຊຽນ ​ໄດ້ມອບ​ໝາຍໃຫ້​ພວກ​ເຮົາ, ນັ້ນ​ແມ່ນ​ຈະ​ມີ​​ກອງ​ປະຊຸມ​ສາກົນ​ສະ​ເພາະ​ຫົວ​ເລື່ອງຕ່າງໆ ​ຖືກຈັດ​ຂຶ້ນ​ຢູ່​ຫວຽດນາມ. ບັນດາ​ກອງ​ປະ​ຊຸມ​ສາກົນ​ເຊິ່ງພວກ​ເຮົາ​ເຂົ້າ​ຮ່ວມ, ນັບ​ທັງ​ໃນ​ກຸ່ມ​ອາ​ຊຽນ, ລັດຖະສະພາລະຫວ່າງ​ຊາດອາຊີ - ປາຊີ​ຝີ​ກ, ພິ​ເສດ​ພວກ​ເຮົາ​ເປັນ​ເຈົ້າພາບ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມລັດຖະສະພາ​​ໂລກ​ຢູ່​ຫວຽດນາມ ​ໃນ​ປີ 2015”

ຂ່າວ/ບົດ​ອື່ນ