ຫາງສຽງສາກົນເປັນຫນ້າເສຍດາຍກ່ຽວກັບການລາອອກຈາກຕຳແຫນ່ງຂອງທູດພິເສດ ສປຊ

ຫາງສຽງສາກົນເປັນຫນ້າເສຍດາຍກ່ຽວກັບການລາອອກຈາກຕຳແຫນ່ງຂອງທູດພິເສດ ສປຊ  - ảnh 1
ທ່ານ Kofi Annan ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ
ພາບ: internet


(vovworld) -  ຊີຣີ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ຢູ່​ໃນ​ໂລກ ​ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ​ພາຍຫລັງ​ທ່ານ Kofi Annan ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ກ່ຽວ​ກັບ​ບັນຫາ​ຊີຣີ ປະກາດ​ລາ​ອອກ​ຈາກ​ຕຳ​ແຫນ່​ງ​ໃນ​ທ້າຍ​ເດືອນ 8/2012. ຄຳ​ປະກາດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຊີຣີ ​ໃນ​ວັນ​ທີ 2/8 ​ໃຫ້​ຮູ້​ວ່າ: Damascus ກ່າວ​ຫາ​ບັນດາ​ປະ​ເທດ​​ຊອກ​ວິທີ​ກໍ່​ຂາດຄວາມສະຖຽນ​ລະ​ພາບ​ຢູ່ ຊີຣີ​ໄດ້​ຄັດຄ້ານ ​ແລະ ສືບ​ຕໍ່​ຂັດຂວາງ​ພາລະ​ຫນ້າ​ທີ່ສັນຕິພາບຂອງ​ທ່ານ Annan. ກ່າວ​ຄຳ​ເຫັນ​ຢູ່​ປັກ​ກີ່​ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ຮູ້​ວ່າ: ຝ່າຍ​ຈີນ ​ເຂົ້າ​ໃຈ​ກ່ຽວ​ກັບ​ຂໍ້​ຕົກລົງ​ຂອງ​ທ່ານ Annan ພ້ອມ​ທັງ​ຕີ​ລາຄາ​ສູງ​ບົດບາດ​ຕັ້ງຫນ້າ ​ແລະ ສ້າງສັນ​ຂອງ​ທ່ານ Annan ​ໃນ​ຄວາ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​ການ​ເມືອງ​ໃຫ​້​ແກ່ ຊີຣີ. ສ່ວນ​ຝ່າຍ​ລັດ​ເຊຍ, ປະທານາທິບໍດີ ລັດ​ເຊຍ Vladimir Putin ຖື​ວ່າ: ປະຊາ​ຄົມ​ໂລກ​ຍັງ​ຄົງ​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຊີຣີ. ​ໃນ​ຂະນະ​ນັ້ນ ທຳນຽບຂາວ​ພັດ​ຖິ້ມ​ໂທດ​ໃຫ້​ແກ່​ລັດຖະບານ ຊີ​ຮີ, ລັດ​ເຊຍ ​ແລະ ຈີນ ​ແມ່​ນສາຍ​ເຫດ​ເຮັດ​ໃຫ້​ທ່ານ Annan ລາ​ອອກ​ຈາກ​ຕຳ​ແຫນ່​ງ.

ຂ່າວ/ບົດ​ອື່ນ