ຫຼາຍປະເທດມີຄວາມປະເອີບໃຈຕໍ່ວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ

(VOVWORLD) -ວັນທີ 12 ມິຖຸນາ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ໄດ້ຊົມເຊີຍທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ສິ້ນສຸດດ້ວຍຜົນສຳເລັດຂອງການພົບປະສຸດຍອດຄັ້ງປະຫວັດສາດ ເຊິ່ງທົ່ວໂລກໄດ້ລໍຄອຍ.

ຫຼາຍປະເທດມີຄວາມປະເອີບໃຈຕໍ່ວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ - ảnh 1ການນຳອາເມລິກາ ແລະ ສປປ.ເກົາຫຼີ

(ພາບ: Reuters)

ໃນຈົດໝາຍຊົມເຊີຍທ່ານປະທານາທິບໍດີ Trump ທີ່ເອົາລົງທາງ Facebook, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ຖືວ່າ, ຖະແຫຼງການຮ່ວມເຊິ່ງ 2 ຝ່າຍໄດ້ລົງນາມແມ່ນບາດກ້າວເປັນໜ້າປະທັບໃຈ. ນີ້ແມ່ນບາດກ້າວສຳຄັນທຳອິດໃນວິວັດທະນາການຍາວນານມຸ່ງໄປເຖິງສັນຕິພາບ ແລະ ສະຖຽນລະພາບຍາວນານໃນແຫຼມເກົາຫຼີ ປອດອາວຸດນິວເຄຼຍ. ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ກໍ່ໄດ້ຝາກຈົດໝາຍໜຶ່ງດ້ວຍເນື້ອໃນທີ່ຄ້າຍຄືກັນເຖິງການນຳ Kim Jong un.

      ໃນຂະນະນັ້ນ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະການຕ່າງປະເທດຂອງສະຫະພາບເອີລົບ (EU) ທ່ານນາງ Federica Mogherini, ເນັ້ນໜັກວ່າ ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຫາກໍ່ດຳເນີນໄປນັ້ນແມ່ນ “ບາດກ້າວເດີນທີ່ຈຳເປັນ ແລະ ສຳຄັນ”, ໄດ້ຊີ້ໃຫ້ເຫັນເລື່ອງປອດນິວເຄຼຍໃນແຫຼມເກົາຫຼີ ຢ່າງແນ່ນອນ.

      ແລະກໍ່ໃນວັນດຽວກັນ,  ລັດຖະມົນຕີການຕ່າງປະເທດອັງກິດ, ລັດຖະມົນຕີການຕ່າງປະເທດລັດເຊຍ ແລະ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ ກໍ່ຊົມເຊີຍການພົບປະຄັ້ງສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ແມ່ນບາດກ້າວເດີນຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ