ອັງກິດຢາກບັນລຸຂໍ້ຕົກລົງດ້ານການຄ້າດີທີ່ສຸດກັບອີຢູພາຍຫຼັງBrexit

ອັງກິດຢາກບັນລຸຂໍ້ຕົກລົງດ້ານການຄ້າດີທີ່ສຸດກັບອີຢູພາຍຫຼັງBrexit - ảnh 1
ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May
(ພາບ: EPA/TTXVN)

(vovworld) - ກ່າວ​ຄວາມ​ເຫັນ​ພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີອີຕາລີ Matteo Renzi, ຢູ່ Rome, ​ໃນ​ວັນ​ທີ 27/7, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May​ໃຫ້​ຮູ້​ວ່າ, ປະ​ເທດ​ ອັງກິດ​ຄວນ​ບັນລຸ​ຂໍ້​ຕົກລົງ​ດ້ານການ​ຄ້າ​ດີ​ທີ່​ສຸດ​ກັບ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໃນ​ການ​ເຈລະຈາ​ຖອນອອກ​ຈາກ​ກຸ່ມ​ຄັ້ງ​ຕ່າງໆ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ນຳ​ ອັງກິດກໍ່​ກ່າວ​ເຕືອນ​ຄວາມ​ສາມາດ​ຢຸດຕິ​ເລື່ອງໄປມາ​ຢ່າງ​ເສລີ​ຈາກ​ບັນດາ​ປະ​ເທດ ອີ​ຢູ​ເຖິງ​ ອັງກິດ. ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May​ ຖະ​ແຫຼ​ງວ່າ, ປະ​ເທດ ອັງກິດ​ພວມ​ຢູ່​ໃນ​ໄລຍະ​ຖອນອອກ​ຈາກ​ອີ​ຢູ, ​ແຕ່​ຍັງ​ຄົງ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ “​ເພື່ອນ​ມິດ“ ​ໃນ​ພັນທະ​ມິດ​ນີ້ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ອັງກິດ​ຈະ​ສືບ​ຕໍ່​ມີ​ທັດສະນະ​ຢ່າງ​ແຮງ​ສຳລັບ​ຄວາມ​ເສລີ​ດ້ານ​ການ​ຄ້າກັບ​ສາກົນ.

​ທ່ານ​ນາຍົກລັດຖະມົນຕີອີຕາລີ Matteo Renzi ກໍ່​ຢືນຢັນ​ວ່າ “Brexit ​ແມ່ນ Brexit“ ບໍ່​ອາດ​ພິຈາລະນາ​ບັນຫາ​ນີ້​ຄືນ​ໃໝ່​ໄດ້. ທ່ານ​ເນັ້ນ​ໜັກ​ວ່າ​ຕ້ອງ​ມີ​ວິ​ໄສ​ທັດ ​ແລະ ​ເວລາ​ຢ່າງ​ລະອຽດ​ໃຫ້​ແກ່​ວິວັດທະນາ​ການ​ປະ​ເທດ​ ອັງກິດ​ຖອນ​ອອກ​ຈາກ ອີ​ຢູ.

ຂ່າວ/ບົດ​ອື່ນ