ອັດກອງປະຊຸມກາງ ສະໄໝກຸ່ມທີ່ປຶກສາ ບັນດານັກອຸປະຖຳໃຫ້ແກ່ ຫວຽດນາມ ປີ 2012
ອັດກອງປະຊຸມກາງສະໄໝ ກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ປີ 2012
(ພາບ: Thanh Dung)
(vovworld) - ຕອນບ່າຍວັນທີ 5/6, ກອງປະຊຸມກາງສະໄໝກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ປີ 2012 ໄດ້ສິ້ນສຸດລົງຢູ່ນະຄອນ ດົງຮ່າ, ແຂວງ ກວາງຈີ້. ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ບັນດານັກອຸປະຖຳ, ບັນດາອົງການສາກົນມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາການທ້າທາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ ແລະ ຫຼຸດຜ່ອນໄພພິບັດທຳມະຊາດ ຢູ່ທາງພາກກາງຫວຽດນາມ ແລະ ມີທິດອຸປະຖຳໃຫ້ແກ່ຫວຽດນາມເວົ້າລວມ ແລະ ພາກກາງເວົ້າສະເພາະ, ຈາກນັ້ນ, ສົມທົບກັນສ້າງນະໂຍບາຍ ແລະ ແບ່ງປັນບັນດາບັນຫາທີ່ມີຄວາມສົນໃຈ. ຜ່ານການໂອ້ລົມສົນທະນາ, ກອງປະຊຸມໄດ້ເຫັນດີເປັນເອກະພາບບາງເນື້ອໃນໃນການຫຼຸດຜ່ອນຄວາມທຸກຍາກ ແລະ ປ້ອງກັນ, ຕ້ານໄພພິບັດທຳມະຊາດ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ Bui Quang Vinh ຢືນຢັນວ່າ: ຫວຽດນາມ ຮັບຮູ້ບັນດາຄຳເຫັນຂອງບັນດານັກອຸປະຖຳ, ບັນດາອົງການສາກົນ, ບັນດາທ້ອງຖີ່ນ ແລະ ຈະພິຈາລະນາ ເພື່ອສາມາດປັບປຸງ ໃນການວາງແຜນນະໂຍບາຍທີ່ກ່ຽວຂ້ອງເຖິງຂົງເຂດຫຼຸດຜ່ອນຄວາມທຸກຍາກ ແລະ ຫຼຸດຜ່ອນໄພພິບັດທຳມະຊາດ. ທ່ານລັດຖະມົນຕີ Bui Quang Vinh ເນັ້ນໜັກວ່າ:
“ພວກເຮົາຕ້ອງເຮັດແນວໃດ ເພື່ອມີບັນດານະໂຍບາຍທີ່ເໝາະສົມກ່ວາ ຈາກບັນດາບົດຮຽນຂອງບັນດານັກອຸປະຖຳ ແລະ ຄຳປຶກສາຂອງບັນດາອົງການສາກົນ. ພ້ອມກັນນັ້ນ ພວກເຮົາ ກໍ່ຮັບຮູ້ບັນດາຄວາມປາດຖະໜາຈາກທ້ອງຖີ່ນຕ່າງໆ, ເຊິ່ງແມ່ນບ່ອນຈັດຕັ້ງປະຕິບັດ. ແລະ ມັນຈະສ້າງປະສິດທິຜົນທີ່ດີໃນນະໂຍບາຍລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ ໃນໄລຍະຈະມາເຖິງ”