ອັດກອງປະຊຸມສຳມະນາທິດ ສະດີຄັ້ງທີ 2 ລະຫວ່າງ ພັກກອມມູນິດ ຫວຽດນາມແລະ ພັກປຊຊປະຕິວັດລາວ
(ພາບ: TTXVN)
(vovworld)- ພາຍຫລັງດຳເນີນການເຮັດວຽກເປັນເມລາ 2 ວັນ, ຕອນເຊົ້າວັນທີ 8/4, ກອງປະຊຸມສຳມະນາທິດສະດີຄັ້ງທີ 2 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກ ປຊຊ ປະຕິວັດລາວ ດ້ວຍຫົວເລື່ອງ “ຍົກສູງຄວາມສາມາດນຳພາ ແລະ ກຳລັງຕໍ່ສູ້ຂອງພັກໃນເງື່ອນໄຂພັກດຽວກຳອຳນາດຢູ່ຫວຽດນາມ ແລະ ລາວ“ ໄດ້ອັດລົງຢ່າງຈົບງາມ.
ກ່າວຄຳເຫັນອັດກອງປະຊຸມສຳມະນາ, ທ່ານຮ່ວາງບິງກວນ, ຫົວໜ້າຄະນະພົວພັນກັບຕ່າງປະເທດສູນກາງ ເນັ້ນນັກວ່າ, ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ, ຖືກຈັດຂຶ້ນໃນຈຸດເວລາສອງພັກພວມສຸມໃສ່ຊີ້ນຳການປະຕິບັດມະຕິກອງປະຊຸມໃຫ່ຍຂອງແຕ່ລະພັກ ພ້ອມທັງຕັ້ງໜ້າຜັນຂະຫຍາຍແຜນການຈັດຕັ້ງກອງປະຊຸມໃຫ່ຍພັກຂັ້ນຕ່າງໆ: ກ້າວໄປເຖິງກອງປະຊຸມໃຫ່ຍພັກທົ່ວປະເທດໃນຕົ້ນປີ 2016. ສອງປະເທດລ້ວນແຕ່ສະແດງໃຫ້ເຫັນຄວາມເຊື່ອໝັ້ນບັນດາບົດຮຽນທີມີປະໂຫຍດ, ບັນດາຜົນງານກໍ່ຄືຂໍ້ຂຳກັດໃນວຽກງານກໍ່ສ້າງພັກທີ່ບັນດາຜູ້ແທນຍົກອອກມາ ແລະ ພ້ອມກັນປຶກສາຫາລືທີ່ ກອງປະຊຸມສຳມະນາຄັ້ງນີ້ຈະປະກອບສ່ວນອັນແທດຈິງເຂົ້າໃນການຢັ້ງຢືນຄວາມສຳຄັນຂອງການສືບຕໍ່ປ່ຽນໃໝ່, ຍົກສູງຄວາມສາມາດ ແລະ ກຳລັງຕໍ່ສູ້ຂອງແຕ່ລະພັກໃນພາລະກິດປ່ຽນໃໝ່ຮອບດ້ານຢູ່ແຕ່ລະປະເທດ./.