ອັດງານມະຫາກຳກິລາ ອາຊີຄັ້ງທີ 17
(ພາບ: http://dantri.com.vn )
(vovworld)- ຕອນຄ່ຳວັນທີ 4/10, ງານມະຫາກຳກິລາອາຊີຄັ້ງທີ 17 (ASIAD 17) ໄດ້ອັດລົງຢ່າງເປັນທາງການພາຍຫຼັງດຳເນີນການແຂ່ງຂັນເປັນເວລາ 16 ວັນ. ນີ້ແມ່ນງານມະຫາກຳກິລາອາຊີບັນລຸຄຸນນະພາບສູງດ້ວຍ 14 ສະຖິຕິໂລກ ແລະ 80 ສະຖິຕິງານມະຫາກຳໄດ້ສ້າງຂຶ້ນໃໝ່. ASIAD ຄັ້ງນີ້ມີການເຂົ້າຮ່ວມຂອງນັກກິລາ 9501 ຄົນມາຈາກ 45 ປະເທດ ແລະ ເຂດແຄ້ວນຢູ່ອາຊີ. ບັນດານັກກິລາໄດ້ທຳການແຂ່ງຂັນໃນກິລາ 36 ປະເພດ. ຢືນອັນດັບທີ 1 ແມ່ນຄະນະນັກກິລາຈີນດ້ວຍ 342 ຫຼຽນ, ໃນນັ້ນມີຫຼຽນຄຳ 151 ຫຼຽນ, ຄະນະນັກກິລາປະເທດເຈົ້າພາບ ສ.ເກົາຫຼີ ຢືນອັນດັບທີ 2 ດ້ວຍຫຼຽນຄຳ 79 ຫຼຽນ. ທີ່ງານມະກາກຳກິລາຄັ້ງນີ້, ຄະນະນັກກິລາຫວຽດນາມ ຢືນອັນດັບທີ 21 ໃນຕາຕະລາງຈັດອັນດັບຫຼຽນ ດ້ວຍ 36 ຫຼຽນປະເພດຕ່າງໆ, ໃນນັ້ນມີຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 10 ຫຼຽນ ແລະ ຫຼຽນທອງ 84./.