ອິດສະຣາແອັນ ຊອກຫາວິທີເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຊາວຢິວ

(VOVWORLD) - ວັນທີ 04 ມັງກອນ ຫ້ອງວ່າການລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Avigdor Lieberman ໃຫ້ຮູ້ວ່າ
ອິດສະຣາແອັນ ຊອກຫາວິທີເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຊາວຢິວ - ảnh 1 ອິດສະຣາແອັນ ຊອກຫາວິທີເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຊາວຢິວ (ພາບ: AFP/TTXVN)

ທ່ານ Lieberman ໄດ້ຮຽກໂຮມກອງປະຊຸມໃນອາທິດໜ້າ ລວມມີບັນດາເຈົ້າໜ້າທີ່ແຜນຜັງຂັ້ນສູງ ເພື່ອແນໃສ່ປຶກສາຫາລືເລື່ອງເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ໃຫ້ຊາວຢິວຢູ່ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ຕາມແຈ້ງການແລ້ວ ທ່ານ Lieberman ຮຽກໂຮມວາລະປະຊຸມຂອງສະພາແຜນຜັງສູງສຸດໃນວັນທີ 08 ມັງກອນ ເພື່ອ “ໃຫ້ສັດຕະຍາບັນບັນດາໂຄງການໃໝ່ ກ່ຽວກັບແຜນຜັງ ແລະ ຂາຍເຮືອນ ຢູ່ບັນດາເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ”. ການກະທຳນີ້ ແມ່ນສ່ວນໜຶ່ງໃນນະໂຍບາຍຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Lieberman ເພື່ອແນໃສ່ປັບປຸງການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ຢູ່ເຂດ Judea  ແລະ Samaria.

ຕອບກັບ

ຂ່າວ/ບົດ​ອື່ນ