ອິດສະລາແອັນ ທຳລາຍເສັ້ນທາງອຸໂມງຂອງ Hamas ຢູ່ເຂດ ກາຊາ ຕື່ມອີກ

(VOVWORLD) - ວັນທີ 11 ຕຸລາ, ກອງທັບ ອິດສະລາແອັນ ປະກາດວ່າ ໄດ້ທຳລາຍເສັ້ນທາງອຸໂມງແຫ່ງໜຶ່ງໂດຍຂະບວນການອິດສະລາມ Hamas ກໍ່ສ້າງຈາກເຂດ ກາຊາ ຍາວໄປຮອດຜືນແຜ່ນດິນ ອິດສະລາແອັນ. 
ອິດສະລາແອັນ ທຳລາຍເສັ້ນທາງອຸໂມງຂອງ Hamas ຢູ່ເຂດ ກາຊາ ຕື່ມອີກ - ảnh 1ພົນທະຫານ ອິດສະລາແອັນ ພົບເຫັນເສັ້ນທາງອຸໂມງຂອງ Hamas ຢູ່ເຂດ ກາຊາ (ພາບ:AFP/TTXVN  )

ຕາມທ່ານ Jonathan Conricus ໂຄສົກຂອງກອງທັບ ອິດສະລາແອັນ ແລ້ວ, ນີ້ແມ່ນເສັ້ນທາງອຸໂມງທີ 15 ທີ່ຖືກ ອິດສະລາແອັນ ພົບເຫັນ ແລະ ທຳລາຍໃນປີ. ເຖິງຢ່າງໃດກໍ່ຕາມ, ບໍ່ມີຮ່ອງຮອຍທີ່ສະແດງໃຫ້ເຫັນມີຄົນເສຍຊີວິດ ແລະ ຮັບບາດເຈັບໃນເຫດທຳລາຍເສັ້ນທາງອຸໂມງທີ່ມີຄວາມຍາວປະມານ 1 ກິໂລແມັດ ແລະ ເລີ່ມແຕ່ເຂດ Khan Yunis ຢູ່ພາກໃຕ້ເຂດ ກາຊາ ນີ້. ທ່ານ Conricus ໃຫ້ຮູ້ວ່າ: ເສັ້ນທາງອຸໂມງສາຍນີ້ ໄດ້ຂຸດເລິກເຂົ້າໄປໃນຜືນແຜ່ນດິນຂອງ ອິດສະລາແອັນ ປະມານ 200 ແມັດ ແລະ ກອງທັບ ອິດສະລາແອັນ ໄດ້ຕິດຕາມການເຄື່ອນໄຫວນີ້ໃນຫລາຍເດືອນຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ