ອີຕາລີວິຕົກກັງວົນຕໍ່ສະພາບຊາວອົບພະຍົບພາຍຫລັງຂໍ້ຕົກລົງລະຫວ່າງອີຢູ-ຕວກກີ
ພາບປະກອບ:internet
|
(vovworld)- ຄວາມວິຕົກກັງວົນກ່ຽວກັບກະແສຊາວອົບພະຍົບຄັ້ງໃຫມ່ດ້ວຍທາງທະເລເມດີຕາລາເນເຂົ້າ ອີຕາລີ ນັບມື້ນັບເພີ່ມຂຶ້ນ ພາຍຫລັງ ອີຢູ ແລະ ຕວກກີ ບັນລຸຂໍ້ຕົກລົງເພື່ອສະກັດກັ້ນກະແສຊາວອົບພະຍົບຫລັ່ງໄຫລເຂົ້າ ເອີລົບ ໃນວັນທີ 20/3 ຜ່ານມາ. ກະຊວງພາຍໃນ ອີຕາລີ ຄາດວ່າ ປະເທດນີ້ ຈະຕ້ອງຮັບຊາວອົບພະຍົບປະມານ 270.000 ຄົນໃນປີ 2016, ເພີ່ມຂຶ້ນທົບ 2,5 ເທົ່າເມື່ອທຽບໃສ່ປີ 2015. ສິ່ງເປັນຫນ້າສົນໃຈ, ນັບແຕ່ເມື່ອ ອີຢູ ແລະ ຕວກກີ ບັນລຸໄດ້ຂໍ້ຕົກລົງດັ່ງກ່າວ, ຈຳນວນຊາວອົບພະຍົບເດີນທາງເຖິງບັນດາທ່າກຳປັ່ນຂອງອີຕາລີ ຜ່ານທະເລເມດີຕາລາເນເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ຈຳນວນຊາວອົບພະຍົບເຖິງ ເກຼັກ ຜ່ານທະເລ Aegean ຈາກຕວກກີ.