ອິນເດຍຢືນຢັນຄວາມສຳຄັນຂອງບັນດາເສັ້ນທາງທະເລໄປຜ່ານທະເລຕາເວັນອອກ

(VOVWORLD) -ບັນດາເສັ້ນທາງທະເລໄປຜ່ານທະເລຕາເວັນອອກ ໄດ້ສວມບົດບາດສຳຄັນທີ່ສຸດສຳລັບສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ການພັດທະນາຂອງພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ
ອິນເດຍຢືນຢັນຄວາມສຳຄັນຂອງບັນດາເສັ້ນທາງທະເລໄປຜ່ານທະເລຕາເວັນອອກ - ảnh 1(ພາບປະກອບ: TTXVN)

ວັນທີ 21 ພະຈິກ, ທ່ານນາງ Vijay Thakur, ເລຂາຜູ້ຮັບຜິດຊອບທິດຕາເວັນອອກ, ກະຊວງການຕ່າງປະເທດອິນເດຍ ໄດ້ຢືນຢັນທັດສະນະຂອງອິນເດີຍ ທີ່ວ່າ ບັນດາເສັ້ນທາງທະເລໄປຜ່ານທະເລຕາເວັນອອກ ໄດ້ສວມບົດບາດສຳຄັນທີ່ສຸດສຳລັບສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ການພັດທະນາຂອງພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ, ສະນັ້ນ ເລື່ອງຮັບປະກັນຄວາມເສລີໃນການເດີນທະເລແມ່ນມີຄວາມໝາຍສຳຄັນທີ່ສຸດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາເນື່ອງໃນໂອກາດສະເຫຼີມສະຫຼອງ 3 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໂດຍສະຖານທູດຫວຽດນາມ ປະຈຳອິນເດຍ ຈັດຕັ້ງ, ທ່ານນາງ Vijay Thakur ເນັ້ນໜັກວ່າ, ອິນເດຍ ໄດ້ຊີ້ແຈ້ງວິໄສທັດທີ່ວ່າ ມະຫາສະມຸດອິນເດຍ - ປາຊີຟິກ ແມ່ນພາກພື້ນເປີດກວ້າງ, ກວມລວມ ແລະ ອີງໃສ່ກົດໝາຍສາກົນ. New Delhi ເຫັນໄດ້ຄວາມສຳຄັນທີ່ໃຫຍ່ຫຼວງຂອງທະເລຕາເວັນອອກ, ຍ້ອນນີ້ແມ່ນເສັ້ນທາງທະເລສາກົນ ມີປະລິມານສິນຄ້າທີ່ມີມູນຄ່າ 5.000 ຕື້ USD ແລະ ແຫຼ່ງສະໜອງນ້ຳມັນດິບສາກົນໄປຜ່ານກວ່າ 30%.

ຕອບກັບ

ຂ່າວ/ບົດ​ອື່ນ