ອິນເດຍ ເນັ້ນໜັກເຖິງບົດບາດບັນດາປະເທດ ອາຊຽນ ໃນນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”

(VOVWORLD) - ກ່າວຄຳເຫັນກ່ອນທີ່ດຳເນີນການໄປຢ້ຽມຢາມ 3 ປະເທດສະມາຊິກ ອາຊຽນ ນັ້ນແມ່ນ: ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ,
ອິນເດຍ ເນັ້ນໜັກເຖິງບົດບາດບັນດາປະເທດ ອາຊຽນ ໃນນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: AP)

ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຖະແຫຼງວ່າ: New Delhi ມີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງແຮງກັບ 3 ປະເທດນີ້ ແລະ ການໄປຢ້ຽມຢາມຂອງທ່ານ ຈະນຳມາເຊິ່ງກຳລັງໜູນຊຸກຍູ້ນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”ຂອງ ອິນເດຍ . ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ Modi ຈະມີໜ້າຢູ່ນະຄອນຫລວງ ຈາກາກຕາ ຂອງອິນໂດເນເຊຍ ໃນວັນທີ 29 ພຶດສະພາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ທ່ານນາຍົກລັດຖະມົນຕີ Modi ຈະມີການເຈລະຈາກັບທ່ານປະທານາທິບໍດີ Widodo ໃນວັນທີ 30 ພຶດສະພາ ກໍ່ຄືພົບປະຮ່ວມຢູ່ເວທີປາໄສບັນດາເຈົ້າໜ້າທີ່ຝ່າຍບໍລິຫານຂັ້ນສູງ ອິນເດຍ - ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ