ອິນໂດເນເຊຍກ່າວເຕືອນກ່ຳປ່ັນຕ່າງປະເທດຫາປາຢ່າງຜິດກົດໝາຍ
(ພາບປະກອບ : AFP/TTXVN)
(vovworld) - ວັນທີ 29/06 ລັດຖະບານ ອິນໂດເນເຊຍ ໄດ້ຍົກອອກຄຳກ່າວເຕືອນສຳລັບບັນດາກ່ຳປັ່ນຕ່າງປະເທດມີເຈດຕະນາແຊກຊຶມເຂົ້າເຂດນ່ານທະເລປະເທດນີ້ ເພື່ອຫາປາຢ່າງຜິດກົດໝາຍ. ກ່າວຄຳເຫັນທີ່ກອງປະຊຸມຄະນະລັດຖະບານ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເນັ້ນໜັກວ່າ ຈະນຳໃຊ້ບັນດາການກະທຳແຂງກະດ້າງສຳລັບບັນດາເປົ້າໝາຍລວງລ້ຳເຂດນ່ານທະເລປະເທດນີ້. ທ່ານ Widodo ກໍ່ປະກາດ Jakarta ໄດ້ເພີ່ມທະວີຄວາມມານະພະຍາຍາມ ເພື່ອແນໃສ່ສະກັດກັ້ນຕໍ່ບັນດາກໍລະນີລະເມີດບົນທະເລ, ໃນນັ້ນ ມີເລື່ອງສ້າງຕັ້ງກຳລັງຮັບໜ້າທີ່ພິເສດ (Satgas 115) ເພື່ອຮັບມືກັບບັນດາການເຄື່ອນໄຫວລະເມີດ ກໍ່ຄືແກ້ໄຂບາງຈຸດອ່ອນໃນຄວາມມານະພະຍາຍາມຕ້ານການກະທຳແຊກຊຶມຂອງກ່ຳປັ່ນຕ່າງປະເທດໃນໄລຍະຜ່ານມາ.