ອິນໂດເນເຊຍນຳໃຊ້ເຕັກໂນໂລຊີປັບອາກາດເພື່ອສະກັດກັ້ນໄພນ້ຳຖ້ວມ

(VOVWORLD) -ເຕັກໂນໂລຊີດັ່ງກ່າວຈະໄດ້ນຳໃຊ້ເພື່ອແນໃສ່ເຮັດໃຫ້ຝົນຫັນທິດໄປຍັງບັນດາເຂດມີພົນລະເມືອງໜ້ອຍຢູ່ນອກນະຄອນຫຼວງ.

ອິນໂດເນເຊຍນຳໃຊ້ເຕັກໂນໂລຊີປັບອາກາດເພື່ອສະກັດກັ້ນໄພນ້ຳຖ້ວມ - ảnh 1 ໄພນ້ຳຖ້ວມຢູ່ອິນໂດເນເຊຍເມື່ອປີ 2013

(ພາບປະກອບ: AP)

ອົງການຕີລາຄາ ແລະ ນຳໃຊ້ເຕັກໂນໂລຊີອິນໂດເນເຊຍ (BPPT) ຈະນຳໃຊ້ເຕັກໂນໂລຊີປັບອາກາດ ເພື່ອແນໃສ່ສະກັດກັ້ນບັນດາເຫດນ້ຳຖ້ວມໃໝ່ຢູ່ ຈາກາຕາ ໃນສະພາບທີ່ນະຄວນຫຼວງ ແລະ ບັນດາເຂດໃກ້ຄຽງໄດ້ຮັບການຄາດຄະເນວ່າຈະສືບຕໍ່ມີຝົນຕົກໜັກໃນຊຸມມື້ຈະມາເຖິງ.

          ວັນທີ 02 ມັງກອນ, ທ່ານ Agus Wibowo, ໂຄສົກອົງການຫຼຸດຜ່ອນໄພທຳມະຊາດແຫ່ງຊາດອິນໂດເນເຊຍ (BNPB) ໃຫ້ຮູ້ວ່າ, ເຕັກໂນໂລຊີດັ່ງກ່າວຈະໄດ້ນຳໃຊ້ເພື່ອແນໃສ່ເຮັດໃຫ້ຝົນຫັນທິດໄປຍັງບັນດາເຂດມີພົນລະເມືອງໜ້ອຍຢູ່ນອກນະຄອນຫຼວງ. ຄາດວ່າ, ອົງການຫຼຸດຜ່ອນໄພທຳມະຊາດແຫ່ງຊາດອິນໂດເນເຊຍ ແລະ ກອງທັບອິນໂດເນເຊຍ ຈະໜູນຊ່ວຍອົງການຕີລາຄາ ແລະ ນຳໃຊ້ເຕັກໂນໂລຊີອິນໂດເນເຊຍ ຜັນຂະຫຍາຍເຕັກໂນໂລຊີດັ່ງກ່າວດ້ວຍເຮືອບິນ 2 ລຳ.

          ຕາມການສະຖິຕິຄັ້ງຫຼ້າສຸດ, ຈຳນວນຜູ້ເສຍຊີວິດຍ້ອນນ້ຳແກ່ງ ແລະ ດິນເຊາະເຈື່ອນນັບແຕ່ວັນທີ 31 ທັນວາ ຢູ່ນະຄອນຫຼວງ ຈາກາຕາ ແລະ ບາງເຂດໃກ້ຄຽງ ປະຈຸບັນໄດ້ຂຶ້ນເຖິງ 26 ຄົນແລ້ວ. ໃນຂະນະນັ້ນ, ອົງການພະຍາກອນອາກາດໃຫ້ຮູ້ວ່າ, ຈະເກີດມີຝົນຕົກໜັກຫຼາຍຄັ້ງໃນທົ່ວປະເທດຕື່ມອີກ ເຊິ່ງຈະແກ່ຍາວໄປຮອດວັນທີ 07 ມັງກອນ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ