ອິນໂດເນເຊຍລະດົມພາລະກອນ 47.000 ຄົນເພື່ອຮັບປະກັນໃນມື້ປະກາດຄຳຕັດສິນຮ້ອງທຸກຕໍ່ການເລືອກຕັ້ງ

(VOVWORLD) -ອິນໂດເນເຊຍ ໄດ້ຜັນຂະຫຍາຍກຳລັງພາລະກອນຕຳຫຼວດ, ກອງທັບອິນໂດເນເຊຍ ແລະ ນາຍທະຫານໃນທົ່ວນະຄອນຫຼວງ ຈາກາຕາ ລວມ 47.000 ຄົນ ໃນວັນທີ 27 ມິຖຸນາ ເມື່ອສານລັດຖະທຳມະນູນ ຍົກອອກຄຳຕັດສິນການຮ້ອງທຸກໃນການເລືອກຕັ້ງປະທານາທິບໍດີອິນໂດເນເຊຍ 2019.

ອິນໂດເນເຊຍລະດົມພາລະກອນ 47.000 ຄົນເພື່ອຮັບປະກັນໃນມື້ປະກາດຄຳຕັດສິນຮ້ອງທຸກຕໍ່ການເລືອກຕັ້ງ - ảnh 1ອິນໂດເນເຊຍລະດົມພາລະກອນ 47.000 ຄົນເພື່ອຮັບປະກັນ

ໃນມື້ປະກາດຄຳຕັດສິນຮ້ອງທຸກຕໍ່ການເລືອກຕັ້ງ

(ພາບ: AFP/TTXVN)

ບັນດາສະຖານທີ່ສຳຄັນໄດ້ຈັດແບ່ງກຳລັງປ້ອງກັນຄື: ບັນດາສະຖານທີ່ສາທາລະນະ; ສານ, ສຳນັກງານຄະນະກຳມະການເລືອກຕັ້ງແຫ່ງຊາດ, ອົງການຕິດຕາມການເລືອກຕັ້ງ ແລະ ສະຖານທູດບາງແຫ່ງ.

        ກ່ອນໜ້ານັ້ນ, ວັນທີ 17 ເມສາ, ອິນໂດເນເຊຍ ໄດ້ດຳເນີນການເລືອກຕັ້ງທົ່ວປະເທດ, ເລືອກຕັ້ງບັນດາຕຳແໜ່ງປະທານາທິບໍດີ, ຮອງປະທານາທິບໍດີ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນກວ່າ 20.000 ທ່ານຂອງປະເທດນີ້. ຄະນະກຳມະການເລືອກຕັັ້ງອິນໂດເນເຊຍ ໄດ້ປະກາດໝາກຜົນການເລືອກຕັ້ງເປັນທາງການຢືນຢັນທ່ານປະທານາທິບໍດີຄົນປະຈຸບັນ Joko Widodo ສືບຕໍ່ດຳລົງຕຳແໜ່ງອາຍຸການທີ 2. ໃນຂະນະນັ້ນ, ຄູ່ແຂ່ງແມ່ນອະດີດນາຍພົນກອງທັບ Prabowo Subianto, ສະມາຊິກຂອງພັກຂະບວນການອິນໂດເນເຊຍ ຍິ່ງໃຫຍ່ ຖະແຫຼງວ່າ, ບໍ່ຍອມຮັບໝາກຜົນສຸດທ້າຍ ແລະ ໄດ້ຍື່ນໃບຮ້ອງຟ້ອງຂຶ້ນສານລັດຖະທຳມູນອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ