ອິນໂດເນເຊຍຮຽກຮ້ອງການຮ່ວມມືທົ່ວໂລກເພື່ອຕ້ານການຫາປາຢ່າງຜິດກົດໝາຍ

ອິນໂດເນເຊຍຮຽກຮ້ອງການຮ່ວມມືທົ່ວໂລກເພື່ອຕ້ານການຫາປາຢ່າງຜິດກົດໝາຍ - ảnh 1
(ພາບ​ປະ​ກອບ: AP)

(vovworld) - ​​​ ​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປ​ະ​ຊຸມ​ສາ​ກົນ​ກ່ຽວກັບ​ອາດ​ຊະ​ຍາ​ກຳ​ສິນ​ໃນ​ນ້ຳ​ຄັ້ງ​ທີ 2 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 10/10, ຢູ່ Yogyakarta, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ Joko Widodo ຢືນ​ຢັນ​ວ່າ “ອາດ​ຊະ​ຍາ​ກຳ​ສິນ​ໃນ​ນ້ຳ​ແມ່ນ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ”. ກອງ​ປະ​ຊຸມ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 46 ປະ​ເທດ, ໃນ​ນັ້ນ​ມີ​ອົດ​ສະ​ນາ​ລີ, ໂອ​ຕາ​ລິດ, ຈີນ, ອິນ​ເດຍ, ຫວຽດ​ນາມ… ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ອາດ​ຊະ​ຍາ​ກຳ​ທາງ​ທະ​ເລ​ຄື: ການ​ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ, ​ການຄ້າ​​ມະ​ນຸດ, ອາດ​​ຊະ​ຍາ​ກຳ​ຢາ​ເສບ​ຕິດ… ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Widodo ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ຮ່ວມ​ມື​ທົ່ວ​ໂລກ ເພື່ອ​ແນ​ໃສ່​ຕ​້ານ​ຄືນ​ການ​ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ ເຊິ່ງ​ຮັບ​ຖື​ວ່າ​ໄດ້ກາຍ​ເປັນ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ທີ່​ຮ້າຍ​ແຮງ ແລະ ມີ​ການ​ຈັດ​ຕັ້ງ.

        ທີ່ກອງ​ປະ​ຊຸມ, ​ຜູ້​ຕາງ​​ໜ້າ​ບັນ​ດາ​ປະ​ເທດກໍ່​ຖື​ວ່າ, ເລື່ອງ​ຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU) ແມ່ນ​ບັນ​ຫາ​ທີ່ບໍ່​ສາ​ມາດ​ປະ​ລະ​ໄດ້, ອາດ​ຈະ​ນາບ​ຂູ່​ເຖິງ​ຄວາມ​ເປັນ​ຕາຍ​ຂອງ​ໜ່ວຍ​ພິ​ພົບ ຖ້າ​ຫາກ​ໄດ້​ຮັບ​ການອະ​ນຸ​ໂລ​ມ ແລະ ເປີດກ​ວ້າງ. IUU ບໍ່​ພ​ຽງ​ແຕ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຂະ​ແໜງ​ສິນ​ໃນ​ນ້ຳ​ເທົ່າ​ນັ້ນ, ຫາກ​ຍັງ​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ສິ່ງ​ແວ​ດ​ລ້ອມ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ