ອິນໂດເນເຊຍ ເປັນເຈົ້າພາບຈັດຕັ້ງການ ຊ້ອມຮົບຕ້ານກໍການຮ້າຍອາຊຽນ + 8

ອິນໂດເນເຊຍ ເປັນເຈົ້າພາບຈັດຕັ້ງການ ຊ້ອມຮົບຕ້ານກໍການຮ້າຍອາຊຽນ + 8 - ảnh 1
(ພາບປະກອບ)
(vovworld) - ທ່ານ​ເລຂາທິການ​ໃຫຍ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ໂດ​ເນ​​ເຊ​ຍ Budiman ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້ຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ​ກ່ຽວ​ກັບ​ການ​ຕ້ານ​ກໍ​ການ​ຮ້າຍ​ລະຫວ່າງ​ກອງ​ທັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ເຈລະຈາ (ອາ​ຊຽນ +8), ​ເຊິ່ງລວມມີ ອາ​ເມ​ລິ​ຫາ, ສ.​ເກົາຫຼີ, ອົດສຕາ​ລີ, ລັດ​ເຊຍ, ຈີນ, ອິນ​ເດຍ, ນິວຊີ​ແລນ ​ແລະ ຍີ່​ປູ່​ນ. ຄາດ​ວ່າ, ການ​ຊ້ອມ​ຮົບ​ຮ່ວມ​ຕ້ານ​ກໍ​ການ​ຮ້າຍ​ອາ​ຊຽນ + 8 ຈະ​ໄດ້​ດຳ​ເນີນຢູ່​ສູນ​ຮັກສາ​ສັນຕິພາບ​ຂອງ​ອິນ​ໂດ​ເນ​​ເຊຍ ຢູ່ ​ໂບ​ໂກ, ​ແຂວງ ຢາ​ວາ ​ຕາ​ເວັນ​ຕົກ ໃນ​ເດືອນ​ກັນຍາ ຈະ​ມາ​ເຖິງ. ທ່ານ Budiman ​ໃຫ້​ຮູ້​ວ່າ ອິນ​ໂດ​ເນ​ເຊຍ ຈັດ​ຕັ້ງ​ການ​ຊ້ອບຮົບ​ຮ່ວມ​ດ້ວຍ​ຖາ​ນະ​ເປັນ​ປະທາ​ນຮ່ວມ​ກັບ​ອາ​ເມ​ລິ​ກາ ​ໃນ​ຂອບ​ເຂດ​ໂຄງການ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ + 8 ​ແລະ ທຸ​ກໆວຽກ​ງານ​ກະກຽມ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ລວມ​ຄັ້ງ​ທຳ​ອິດ​ລະຫວ່າງ​ອາ​ຊຽນ ​ແລະ ບັນດາ​ຄູ່​​ເຈລະຈາ​ພວມ​ໄດ້​ຮັບ​ການ​ສຳ​ເລັດ​ຢູ່​ສູນ​ຮັກສາ​ສັນຕິພາບ​ຢູ່​ໂບ​ໂກ ​ໂດຍ​ໄວ.
ຂ່າວ/ບົດ​ອື່ນ