ອີຢິບປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ

(VOVWORLD) - ຕອນເຊົ້າວັນທີ 7 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານປະທານາທິບໍດີ ອີຢີບ Abdel – Fattah El- Sisi ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. 
ອີຢິບປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານປະທານາທິບໍດີ ອີຢີບ Abdel – Fattah El- Sisi

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຈະຊີ້ນຳບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ສົມທົບກັບບັນດາອົງການກ່ຽວຂ້ອງຂອງ ອີຢິບ ຊຸກຍູ້ການຜັນຂະຫຍາຍບັນດາຄຳໝັ້ນສັນຍາລະຫວ່າງການນຳ 2 ປະເທດ, ນຳວົງເງິນການຄ້າ 2 ສົ້ນຂຶ້ນເຖິງ 1 ຕື້ USD ໂດຍໄວ.ທ່ານນາຍົກລັດຖະມົນຕີ ກໍ່ຫວັງວ່າ ໄລຍະຈະມາເຖິງ, 2 ຝ່າຍຊຸກຍູ້ການຮ່ວມມືໃນທຸກຂົງເຂດກ່ວາອີກຄື: ເພີ່ມທະວີການແລກປ່ຽນສິນຄ້າກ່ຽວກັບຊາ, ສິນໃນນ້ຳ, ເຂົ້າສານ, ໝາກມ່ວງຫິມະພານ… ທ່ານນາຍົກລັດຖະມົນຕີ ກໍ່ສະເໜີອົງການກ່ຽວຂ້ອງ 2 ປະເທດຄົ້ນຄ້ວາກ່ຽວກັບການເຄື່ອນໄຫວຂອງປະທານ ໂຮ່ຈີມິນ ຢູ່ ອີຢິບ ແລະ ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ, ແໜ້ນແຟ້ນໃນການພົວພັນມິດຕະພາບລະຫວ່າງ 2 ປະເທດ.

        ແລະກໍ່ໃນວັນດຽວກັນ, ທີ່ການພົບປະກັບທ່ານປະທານາທິບໍດີ ອີຢີບ Abdel – Fattah El- Sisi, ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຈະເພີ່ມທະວີການພັດທະນາການພົວພັນດ້ານການທູດລັດຖະສະພາກັບ ອີຢີບ, ຊຸກຍູ້ການຮ່ວມມືຫຼາຍດ້ານ, ພິເສດແມ່ນກ່ຽວກັບການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ອີຢິບ ຖືວ່າ: 2 ປະເທດມີເງື່ອນໄຂ ແລະ ໂອກາດທີ່ຄ້າຍຄືກັນຫຼາຍທີ່ສຸດ, ພ້ອມກັນມີຄວາມມຸ່ງຫວັງເພີ່ມທະວີການພົວພັນລະຫວ່າງ 2 ປະເທດກ່ວາອີກ.

        ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແລະກໍ່ໃນວັນທີ 7 ກັນຍາ, ທ່ານປະທານາທິບໍດີ ອີຢີບ Abdel – Fattah El- Sisi ແລະ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ ແລະ ອີຢີບ. ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຢືນຢັນວ່າ: ຜ່ານເວທີປາໄສ ຫວຽດນາມ - ອີຢິບ, ບັນດາວິສາຫະກິດອາດສາມາດຂຸດຄົ້ນທ່າແຮງ ແລະ ເພີ່ມເຕີມບັນດາທ່າແຮງຂອງປະຊາຄົມວິສາຫະກິດ 2 ປະເທດເພື່ອພັດທະນາການຜະລິດດຳເນີນທຸລະກິດ, ການຮ່ວມມືດ້ານການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ