ອີຢີບ ຖືເປັນສຳຄັນຄວາມໝັ້ນຄົງຂອງບັນດາປະເທດເຂດອ່າວ​ເປີ​ເຊຍ

(VOVWORLD) - ທ່ານປະທານາທິບໍດີ ອີຢິບ Abdel Fattah El – Sisi ເນັ້ນໜັກວ່າ: ຄວາມໝັ້ນຄົງຂອງບັນດາປະເທດເຂດອ່າວເປີເຊຍ ກໍ່ແມ່ນຄວາມໝັ້ນຄົງຂອງອີຢິບ ແລະ ກາຍໂຣ ຈະບໍ່ອະນຸຍາດໃຫ້ບໍ່ວ່າການນາບຂູ່ໃດສຳລັບສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງ “ບັນດາປະເທດເຂດອ່າວອ້າຍນ້ອງ”. 

ອີຢີບ ຖືເປັນສຳຄັນຄວາມໝັ້ນຄົງຂອງບັນດາປະເທດເຂດອ່າວ​ເປີ​ເຊຍ - ảnh 1ປະທານາທິບໍດີ ອີຢິບ Abdel Fattah El-Sisi (ເບື້ອງຊ້າຍ) ແລະ ເຈົ້າຊີວິດ ກູເວດ Sabah Al-Ahmed Al-Sabah.

(ພາບ: AFP/TTXVN) 

ຖະແຫຼງການດັ່ງກ່າວໄດ້ຍົກອອກມາທີ່ການພົບປະກັບເຈົ້າຊີວິດ ກູເວດ Sabah Al – Ahmed Al – Sabah ໃນວັນທີ 7/5, ໃນການຢ້ຽມຢາມເປັນເວລາ 2 ວັນຂອງທ່ານປະທານາທິບໍດີ El Sisi ເຖິງປະເທດ ຕາເວັນອອກກາງນີ້, ຕາມຄຳເຊື້ອເຊີນຂອງເຈົ້າຊີວິດ Al – Sabah, ເພື່ອແນໃສ່ປັບປຸງການພົວພັນສຳພັນທະມິດ. ໂຄສົກຂອງສຳນັກງານປະທານາທິບໍດີ ອີຢິບ Alaa Youssef ໃຫ້ຮູ້ວ່າ:  ການນຳ ອີຢິບ ແລະ ກູເວດ ເຫັນດີຈະສືບຕໍ່ສົມທົບ 2 ຝ່າຍໃນບັ້ນຮົບຕ້ານກໍ່ການຮ້າຍ, ເນັ້ນໜັກວ່າປະຊາຄົມສາກົນຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອຊອກຫາບັນດາມາດຕະການການເມືອງໃຫ້ແກ່ບັນດາການປະທະກັນພົນລະເມືອງໃນພາກພື້ນຕາມທິດປົກປ້ອງບັນດາລະບອບຂອງລັດ ແລະ ຮັບປະກັນລັກສະນະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດນີ້. ສອງຝ່າຍກໍ່ໄດ້ເຕື້ອງເຖິງເລື່ອງເພີ່ມທະວີການພົວພັນລະຫວ່າງ 2 ປະເທດ ກໍ່ຄືວິທີການປັບປຸງບັນດາຄວາມມານະພະຍາຍາມຂອງໂລກ ອາຣັບ ໃນການແກ້ໄຂບັນດາບັນຫາພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ