ອີ​ຢິບ, ອີ​ຣັກ ແລະ ຈໍ​ແດນ ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ເຊື່ອມ​ໂຍງ​ຍຸດ​ທະ​ສາດ​ໃໝ່​

(VOVWORLD) - ການນຳສາມປະເທດ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ກົນໄກຮ່ວມມືເສດຖະກິດ, ການຄ້າ ແລະ ເພີ່ມທະວີການປຶກສາຫາລືດ້ານການເມືອງລະຫວ່າງສາມຝ່າຍກ່ຽວກັບບັນດາບັນຫາໃນພາກພື້ນ.
ອີ​ຢິບ, ອີ​ຣັກ ແລະ ຈໍ​ແດນ ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ເຊື່ອມ​ໂຍງ​ຍຸດ​ທະ​ສາດ​ໃໝ່​ - ảnh 1ພະກະສັດ ຈໍແດນ Abullah II, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi  ແລະ ທ່ານປະທານາທິບໍດີ ອີຣັກ Mustafa al – Kadhim (ພາບ:gds.gov.iq)

ວັນທີ 27 ມິຖຸນາ, ກອງປະຊຸມສຸດຍອດຮ່ວມມືສາມຝ່າຍ ລະຫວ່າງທ່ານປະທານາທິບໍດີ ອີຣັກ Mustafa al – Kadhim, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ແລະ ພະກະສັດ ຈໍແດນ Abullah II ໄດ້ອັດລົງຢູ່ນະຄອນຫຼວງ ແບກແດດ ຂອງ ອີຣັກ, ດ້ວຍເນື້ອໃນຈຸດສຸມ ແມ່ນເພີ່ມທະວີການພົວພັນລະຫວ່າງສາມຝ່າຍ ແນໃສ່ສ້າງໄລຍະເຊື່ອມໂຍງຍຸດທະສາດໃໝ່ ອີງໃສ່ບັນດາເປົ້າໝາຍລວມ ແລະ ສາຍພົວພັນປະຫວັດສາດທີ່ສະໜິດແໜ້ນ.  ການນຳສາມປະເທດ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ກົນໄກຮ່ວມມືເສດຖະກິດ, ການຄ້າ ແລະ ເພີ່ມທະວີການປຶກສາຫາລືດ້ານການເມືອງລະຫວ່າງສາມຝ່າຍກ່ຽວກັບບັນດາບັນຫາໃນພາກພື້ນ. ອີຢິບ, ອີຣັກ ແລະ ຈໍແດນ ກໍໄດ້ຢັ້ງຢືນເຖິງຄວາມຈຳເປັນຂອງການສົມທົບກັນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ພິເສດ ໃນສະພາບການທີ່ມີໄພນາບຂູ່ຫຼາຍຢ່າງຕໍ່ຄວາມສະຫງົບຂອງບັນດາປະເທດອາຣັບ. ການນຳສາມປະເທດກໍ່ໄດ້ເຫັນດີສືບຕໍ່ຮ່ວມມືກັນໃນການຕ້ານການກໍ່ການຮ້າຍ ແລະ ແນວຄິດຫົວຮຸນແຮງ.

 


 

ຕອບກັບ

ຂ່າວ/ບົດ​ອື່ນ