ອີ​ຢິບ ຮຽກ​ຮ້ອງ​ໂລກ ສືບ​ຕໍ່​ສ​າ​ມັກ​ຄີ​ກັນ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ

(VOVWORLD) -ວັນອາໄລຫາຜູ້ປະສົບເຄາະຮ້າຍຈາກລັດທິກໍ່ການຮ້າຍ ຖືກຈັດຂຶ້ນໃນວັນທີ 21 ສິງຫາ ຂອງທຸກໆປີ ເພື່ອແນໃສ່ອາໄລຫາ ແລະ ເຊີດຊູ, ສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກການບຸກໂຈມຕີແບບກໍ່ການຮ້າຍໃນທົ່ວໂລກ.
ອີ​ຢິບ ຮຽກ​ຮ້ອງ​ໂລກ ສືບ​ຕໍ່​ສ​າ​ມັກ​ຄີ​ກັນ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ - ảnh 1ກຳລັງປ້ອງກັນຄວາມສະຫງົບລາດຕາເວນ (ພາບ: TTXVN)

ເນື່ອງໃນໂອກາດວັນອາໄລຫາຜູ້ປະສົບເຄາະຮ້າຍຈາກລັດທິກໍ່ການຮ້າຍສາກົນ, ອີຢິບ ໄດ້ສະແດງຄວາມສາມັກຄີຕໍ່ ຜູ້ປະສົບເຄາະຮ້າຍຈາກການບຸກໂຈມຕີກໍ່ການຮ້າຍຄັ້ງຕ່າງໆທີ່ເກີດຂຶ້ນຢູ່ປະເທດນີ້ ແລະ ໃນທົ່ວໂລກ, ພ້ອມທັງຮຽກຮ້ອງໃຫ້ໂລກ ຈົ່ງສືບຕໍ່ສາມັກຄີກັນຕ້ານກຸ່ມຄົນທີ່ພວມຫາວິທີ “ກໍ່ຄວາມແບ່ງແຍກ ແລະ ອາຄາດບາດໝາງໃນສັງຄົມ”. ໃນຖະແຫຼງການສະບັບອອກວັນທີ 21 ສິງຫາ, ກະຊວງຕ່າງປະເທດ ອີຢິບ ຊີ້ແຈ້ງວ່າ Cairo ກ່າວປະນາມຢ່າງແຮງຕໍ່ທຸກຮູບແບບ ແລະ ປະກົດການໃດໆຂອງລັດທິກໍ່ການຮ້າຍ. ວັນອາໄລຫາຜູ້ປະສົບເຄາະຮ້າຍຈາກລັດທິກໍ່ການຮ້າຍ ຖືກຈັດຂຶ້ນໃນວັນທີ 21 ສິງຫາ ຂອງທຸກໆປີ ເພື່ອແນໃສ່ອາໄລຫາ ແລະ ເຊີດຊູ, ສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກການບຸກໂຈມຕີແບບກໍ່ການຮ້າຍໃນທົ່ວໂລກ, ພ້ອມທັງເພີ່ມທະວີການປົກປ້ອງສິດທິມະນຸດ ແລະ ສິດເສລີພື້ນຖານຕ່າງໆ. ເຫດການປີນີ້ຖືກຈັດຂຶ້ນດ້ວຍຫົວຂໍ້ “ລະນຶກເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ