ອີຣັກເພີ່ມທະວີການ ໜູນຊ່ວຍການສູ້ຮົບ ຢູ່ແຂວງ Anbar ຕ້ານ IS


ອີຣັກເພີ່ມທະວີການ ໜູນຊ່ວຍການສູ້ຮົບ ຢູ່ແຂວງ Anbar ຕ້ານ IS - ảnh 1

(ພາບ: AFP/TTXVN)

(vovworld)– ພາຍຫຼັງ​ທຳນຽບ 5 ​ແຈປະກາດ​ແຜນການ​ປະກອບ​ອາວຸດ​ໃຫ້​ແກ່ກົກ​ແຫຼົ່າອິດ​ຊະລາ​ມ​ນິກາຍ ຊັນ​ນີ ຢູ່​ອີຣັກ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍການ​ສູ້​ຮົບ​ຢູ່​ແຂວງ Anbar ຕ້ານຄືນ​ລັດ​ອິດ​ຊະລາ​ມ (IS) ອ້າງ​ຊື່​ເອງ, ທ່ານນາຍົກລັດຖະມົນຕີອີຣັກ Haider Al Albadi ຊຸກຍູ້​ການ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ກຳລັງ​ທັບອາກາດ ​ແລະ ປະກອບ​ອາວຸດ​ໃຫ້​ແກ່​ກຳລັງ​ພວມ​ສູ້​ຮົບ​ໃຫ້​ແກ່​ຂວາງ​ນີ້. ທ່ານນາຍົກລັດຖະ ມົນຕີອີຣັກ Haider Al Albadi ຍົກ​ອອກ​ຄຳ​ສັ່ງ​ດັ່ງກ່າວ ພາຍຫຼັງ​ຈັດການ​ປະຊຸມ​ກັບ​ບັນດາ​ຜູ້​ແທນ​ມາ​ຈາກ​ສະພາ​ແຂວງ Anbar ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 22/11. ປະຈຸ​ບັນ, IS ພວມຍຶດຄອງ​​ນະຄອນ ​ແລ​ະ ​ເທດສະບານ​ເມືອງ​ຫຼາຍ​ແຫ່ງໃນ​ທົ່ວ​ແຂວງ Anbar. ບັນດາ​ການ​ປະ​ທະ​ກັນ​ຍັງ​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ​ໃນ​ສະພາບ​ການ​ທີ່​ກຳລັງ​ອີຣັກ​ ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ກົກ​ເຫຼົ່າ​ທ້ອງ​ຖິ່ນ ຊື່​ງພວມ​ຊອກ​ຫາ​ວິທີ​ຍຶດ​ເອົາ​ນະຄອນ​ນີ້./.

ຂ່າວ/ບົດ​ອື່ນ