(ພາບປະກອບ)
(vovworld) - ວັນທີ 16/05, ທ່ານຫົວໜ້າຄະນະເຈລະຈານິວເຄຼຍອີຣານ Saeed Jalili ໄດ້ຖະແຫຼງວ່າ ອີຣານ ກຽມພ້ອມສືບຕໍ່ການເຈລະຈາດ້ານນິວເຄຼຍ ກັບກຸ່ມ P5+1 (ເຊິ່ງລວມມີ 6 ປະເທດມະຫາອຳນາດຄື: ອາເມລິກາ, ລັດເຊຍ, ຈີນ, ຝລັ່ງ, ອັງກິດ ແລະ ເຢຍລະມັນ) ໃນຈຸດເວລາກ່ອນ ຫຼື ຫຼັງການເລືອກຕັ້ງປະທານາທິບໍດີຂອງປະເທດນີ້, ເຊິ່ງຄາດວ່າຈະດຳເນີນໃນເດືອນ 6 ຈະມາເຖິງ. ຢູ່ນະຄອນ ອິດສຕາບູນ ຂອງ ຕວກກີ, ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫຼັງການເຈລະຈາກັບຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງ ສະຫະພາບເອີລົບ (EU) ທ່ານນາງ Catherine Ashton, ທ່ານ Jialili ຢືນຢັນວ່າ; ອີຣານ ກຽມພ້ອມຈະສືບຕໍ່ການເຈລະຈາກັບກຸ່ມ P5+1 ໃນບໍ່ວ່າເວລາໃດເຊິ່ງເຂົາເຈົ້າກຽມພ້ອມແລ້ວ, ແຕ່ທ່ານ Jialili ກໍຢືນຢັນຄືນໃໝ່ວ່າ ອີຣານ ຈະບໍ່ປະລະສິດເສີມທາດອຸຣານີ ຂອງຕົນ. ກ່ອນໜ້ານັ້ນ, ວັນທີ 15/05, ຮອບເຈລະຈາລະຫວ່າງອີຣານ ແລະ ອົງການພະລັງງານປະລະມານູສາກົນ (IAEA) ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້ຢູ່ວຽນ, ປະເທດໂອຕາຣິດ ສິ້ນສຸດ, ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບ ເອກະສານກຳນົດເງື່ອນໄຂສຳພັດກັບຮາກຖານນິວເຄຼຍຂອງອີຣານ.