ອີຣານ ສ້າງເຂດແດງເລິກ 40 ກມ ໃນເຂດດິນແດນອິຣັກ ເພື່ອສະກັດກັ້ນ IS

ອີຣານ ສ້າງເຂດແດງເລິກ 40 ກມ ໃນເຂດດິນແດນອິຣັກ ເພື່ອສະກັດກັ້ນ IS - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 06/01, ຊ່ອງ​ໂທລະພາບ “Press TV” ​ໄດ້ຄັດ​ຄຳ​ເວົ້າ​ຂອງ​ຜູ້​ບັນຊາ​ການບັນດາ​ກຳລັງທະຫານບົກ​ອີຣານ, ພົນ​ວາທີ Ahmad Reza Pourdastan ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​​ໄດ້​ກຳນົດ​ເຂດ​ແດງ​ໃນ​ເຂດ​ດິນ​ແດນ​ຂອງ​ອີຣັກ ຕິດ​​ກັບ​ເຂດ​ຊາຍ​ແດນ​ອີຣານ ​ເພື່ອ​ສະກັດ​ກັ້ນ​ທຸກ​ຄວາມ​ມານະ​ພະຍາຍາມ​​ແຊກ​ຊຶມ​ຂອງ​ບັນດາ​ມື​ປືນ “ລັດ​ອິດສະ​ລາມ” (IS). ​ເຂດ​ແດງ​ດັ່ງກ່າວ​​​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ອີຣັກ ​ຫ່າງ​ຈາກເຂດ​ຊາຍ​ແດນ​ລວມ 40 ກມ. ພົນ​ວາທີ Pourdastan ​ໄດ້​ກ່າວ​ເຕື່ອນວ່າ​ພວກ​ທະຫານ​ກະບົດ IS ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ໂຕ້​ຕອບ​ຢ່າງ​ແຮງ​ຂອງ​ກຳລັງ​ທະຫານ​ບົກ​ອີຣານ ຖ້າ​ຫາກ​ຂ້າມ​ຜ່ານ​ເຂດ​ກຳນົດ​ນີ້. ທ່ານ​ກໍ່​ໃຫ້​ຮູ້​ວ່າ, ກອງທັບ​ອີຣານ ​ເຂົ້າ​ໃຈ​ແຈ້ງ​ບັນດາ​ຍຸດທະວິທີ​ເຊິ່ງ IS ພວມ​ນຳ​ໃຊ້ ​ແລະ ຕິດຕາມ​​ທຸກ​ການ​ກະທຳ​ຂອງ​ກຳລັງ​ນີ້​ຢູ່​ອີຣັກ.

ຂ່າວ/ບົດ​ອື່ນ