ອະດີດປະທານາທິບໍດີ ອາຟຼິກກາໃຕ້ Nelsson Mandela ເຖິງແກ່ມໍລະນະກຳ


ອະດີດປະທານາທິບໍດີ ອາຟຼິກກາໃຕ້ Nelsson Mandela ເຖິງແກ່ມໍລະນະກຳ - ảnh 1

ອະດີດ​ປະທານາທິບໍດີອາ​ຟຼິກກາ​ໃຕ້ Nelsson Mandela

(ພາບ: AFP)

(vovworld)- ອະດີດ​ປະທານາທິບໍດີອາ​ຟຼິກກາ​ໃຕ້ Nelsson Mandela ຊື່​ງ​ແມ່ນສັນຍາ​ລັກ​ແຫ່ງ​ຂະ​ບວນການຕ້ານ​ການຈຳ​ແນ​ກ​​ເຊື້ອ​ຊາດ​ຜີວ​ພັນ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ພາຍຫລັງ​ໄດ້​ປິ່ນປົວ​ພະຍາດ​ປອດ​ອັກ​ເສບ​ເປັນ​ເວລາ​ຍາວ​ນານ​. ທ່ານ​ມີ​ອາຍຸ​ຍືນ 95 ປີ. ອະດີດ​ປະທານາທິບໍດີອາ​ຟຼິກກາ​ໃຕ້ Nelsson Mandela ມີ​ເວລາ 67 ປີ​ໄດ້​ທຳ​ການ​ຕໍ່ສູ່​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ເພື່ອ​ພາລະກິດ​ຂອງ​ສັນຕິພາບ, ມະນຸດສະ ທຳ, ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ ​ແລະ ການ​ໄກ່​ເກ່ຍປອງ​ດອງ​ຊາດ. ທ່ານ​ເຄີຍ​ຖືກ​ຈຳ​ຄຸກ 27 ປີ​ຍ້ອນ​​ໄດ້​ຕ້ານ​ຄືນ​ລະບອບຈຳ​ແນ​ກ​​ເຊື້ອ​ຊາດ​ຜີວ​ພັນຈົນ​ຮອດ​ເວລາທ່ານ​ຖືກ​ປ່ອຍ​ຕົວ​​ເປັນ​ອິດສະຫຼະເມື່ອ​ປີ 1990. ປີ 1993, ທ່ານ​ກາຍ​ເປັນປະທານາທິບໍດີຜີວ​ດຳ​ຄົນ​ທຳ​ອິດ​ຂອງອາ​ຟຼິກກາ​ໃຕ້, ຢຸດຕິ​ລະບອບຈຳ​ແນ​ກ​​ເຊື້ອ​ຊາດ​ຜີວ​ພັນຂອງ​ຄົນ​ຜີວ​ຂາວ.

  ​ໂດຍ​ໄດ້​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງ​ທ່ານ Nelsson Mandela ​ໃນ​ການ​ຕໍ່ສູ້​ເພື່ອ​ໂລກ​ທີ່​ຈົບງາມ​ກ່ວາ, ນັບ​ແຕ່​ປີ 2009,​ ສະມັດຊາ​ໃຫ່ຍ ສປຊ ​ໄດ້​ປະກາດຖື​ເອົາ​ວັນ​ທີ 18/7 ຂອງ​ແຕ່ລະ​ປີ​ແມ່ນ​ “ວັນ Mandela ສາກົນ“ ຊື່​ງຖືກ​ເອີ້ນ​ວ່າ​ວັນ Mandela.

ປະຊາ​ຄົມ​ໂລກ​​ໂສກ​ເສົ້າ​ເສຍດາຍອະດີດ​ປະທານາທິບໍດີ Nelsson Mandela

ອະດີດປະທານາທິບໍດີ ອາຟຼິກກາໃຕ້ Nelsson Mandela ເຖິງແກ່ມໍລະນະກຳ - ảnh 2

(ພາບ​ປະກອບ)

  ທ່ານ Ban Ki Moon ​ເລຂາທິການ​ໃຫ່ຍ ສປຊ ​ໄດ້​ຝາກ​ຄວາມ​ແບ່ງປັນ​ຄວາມ​ເສົ້າສະຫຼົ​ດ​ໃຈ​ອັນ​ເລິກ​ເຊິ່ງມາ​ຍັງ​ຄອບຄົວອະດີດ​ປະທານາທິບໍດີ Nelsson Mandela, ປຊຊ ອາ​ຟຼິກກາ​ໃຕ້ ກໍ່​ຄື​ທັງ​ພາກ​ພື້ນ. ທ່ານ Ban Ki Moon ຢືນຢັນ​ວ່າ: ຊີວິດ​ຂອງ​ທ່ານ Nelsson Mandela ​ແມ່ນ​ການ​ເສຍສະຫຼະ​ຊີວິດ​ອັນ​ໃຫ່ຍຫຼວງ​ໃຫ້​ແກ່​ການ​ຕໍ່ຕ້ານ​ຕ້ານ​ລັດທິ​ຈັກກະພັດ ​ແລະ ລະບອບຈຳ​ແນ​ກ​​ເຊື້ອ​ຊາດ​ຜີວ​ພັນ​ໃນ​ໂລກ.

   ການ​ນຳ​ສະຫະພາບ​ເອີ​ລົບ​ກໍ່​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ດາຍ, ອາ​ໄລ​ອາວ​ອນຕໍ່​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງອະດີດ​ປະທານາທິບໍດີ Nelsson Mandela. ທ່ານ Herman Van Rompuy ປະທານ​ສະພາ​ເອີ​ລົບ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ທ່ານ Nelsson Mandela ​ແມ່ນ “ໜຶ່ງ​ໃນ​ບັນດາ​ສັນຍາ​ລັກ​ການ​ເມື​ອງທີ່​ຍິ່ງ​ໃຫ່ຍກ່ວາ​ໝູ່​ໃນ​ຍຸກ​ສະ​ໄໝ“.

   ຢູ່​ວໍ​ຊັງ​ຕັນ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກໍ່​ໄດ້​ຍ້ອງຍໍ​ທ່ານ Nelsson Mandela ​ແມ່ນ​ຜູ້​ທີ່​ດຳລົງ​ຊີວິດ​ເພື່ອ​ອຸດົມ​ການ​ສ້າງສາ​ສັງຄົມ​ປະຊາທິປະ​ໄຕ ​ແລະ ​ເສລີພາບ. ທ່ານ Barack Obama ຍັງ​ຮຽກຮ້ອງ​ໃຫ້​ລົດ​ທຸງຊາດ​ລົງ​ເຄິ່ງ​ເສົາ​ຢູ່​ທຳນຽບຂາວ ​ແລະ ສຳນັກງານ​ລັດ​ແຫ່ງ​ຕ່າງ​ໆ​ເພື່ອ​ອາ​ໄລ​ຫາ​ທ່ານ Nelsson Mandela. ສ່ວນ​ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ອາ​ໄລ​ຫາອະດີດ​ປະທານາທິບໍດີ Nelsson Mandela. ຢູ່​ປາຣີ, ​ປະທານາທິບໍດີຝະລັ່ງ Francois Hollande ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ມໍລະດົກ​ຊື່​ງທ່ານ Nelsson Mandela ປະ​ໄວ້​ໃຫ້​ຈະ​ສືບ​ຕໍ່​​ແມ່ນ​ພະລັງ​ແຮງ​ໃຫ້​​ແກ່ວິວັດ​ການ​ຊອກ​ຫາ​ຄວາມ​ເສລີພາບ​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ