ອະທິປະໄຕຂອງຊີຣີ ບໍ່ສາມາດຖືກລະເມີດ

ອະທິປະໄຕຂອງຊີຣີ ບໍ່ສາມາດຖືກລະເມີດ - ảnh 1

(ພາບ:.dantri.com.vn)​

( vovworld ) – ວັນ​ທີ 3/9, ທ່ານ Omran Zoabi ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງ ຂ່າວ​ຊີຣີ ​ໄດ້​ເວົ້າວ່າ: ອະທິປະ​ໄຕ​ຂອງ​ປະ​ເທດ​ນີ້​ບໍ່​ສາມາດ​ຖືກ​ລະ​ເມີດ ​ແລະ ລັດຖະບານ​ຊີຣີ ຈະ​ທຳລາຍ​ທຸກໆ​ກົນອຸບາຍ​ຮຸກ​ຮານ​ອະທິປະ​ໄຕ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອວັນ​ທີ 3/9, ທ່ານ ​Omran Zoabi ໄດ້​ເວົ້າວ່າ ກອງທັບລັດຖະບານ ​ຊີຣີ ຢາກ​ຟື້ນ​ຟູ​ຄວາມ​ເປັນ​ປົກກະຕິ. ນີ້​ແມ່ນ​ປະຖົມ​ປັດ​ໄຈ​ເພື່ອ​​ເປີດ​ການ​ເຈລະຈາ​ດ້ານ​ການ​ເມືອງ ​ແຕ່​ບໍ່​ຈຳ​ເປັ​ນຕ້ອງ​ມີ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ.

  ກ່ຽວ​ຂ້ອງ​ເຖິງ​ຊີຣີ ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ, ບັນດາ​ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ ​ໄດ້​ບຸກ​ໂຈມ​ຕີ​ສຳນັກງານ​ໃຫ່ຍຂອງ​ກອງ​ເສນາ​ທິການ​ກອງທັບ​ຊີຣີ ຢູ່​ໃຈກາງ​ນະຄອນຫຼວງ Damacus ພ້ອມ​ທັງ​ນາບ​ຂູ່​ຈະ​ບຸກ​ໂຈມ​ຕີທຳນຽບປະທານາທິບໍດີ​ປະ​ເທດ​ນີ້. ຕໍ່ໜ້າ​ສະພາບ​ການ​ຢູ່​ຊີຣີ ນັບ​ມື້​ນັບ​ສັບສົນ​ຂຶ້ນ​ຕື່ມ, ທ່ານ Lakhdar Brahimi ທູດ​ພິ​ເສດຄົນ​ໃໝ່​ຂອງ ສປຊ ​ແລະ ສະຫະພັນ​ອາຣັບ ກ່ຽວ​ກັບ​ຊີຣີ ຍັງ​ຢືນຢັນ​ວ່າການ​ແຊກ​ແຊງ​ດ້ານ​ການ​ທະຫານ​ເຂົ້າຊີຣີ ກໍ່​ໝາຍ​ຄວາມ​ວ່າ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ​ຖືກ​ປະລາ​ໄຊ​ໄປ.

 

 

 

 

 

 

ຂ່າວ/ບົດ​ອື່ນ