ອະນຸມັດສັນຍາຍົກເວັ້ນວີຊາລະຫວ່າງຫວຽດນາມແລະສາທາລະນະລັດໄຊ ປຣັດ

ອະນຸມັດສັນຍາຍົກເວັ້ນວີຊາລະຫວ່າງຫວຽດນາມແລະສາທາລະນະລັດໄຊ   ປຣັດ - ảnh 1
(ພາບ​ປະ​ກອບ: vneconomy)

(vovworld)- ລັດ​ຖະ​ບານ​​ຫວຽດ​ນາມ ຫາກໍ່​ອະ​ນຸ​ມັດ​ສັນ​ຍາ​ຍົກ​ເວ​ັ້ນ​ວີ​ຊາ ໃຫ້​ແກ່​ຜູ້​ທີ່​ຖື​ໜັງ​ສື​ຜ່ານ​ແດນ​ທາງ​ການ​ທູດ, ໜັງ​ສື​ຜ່ານ​ແດນ​ທາງ​ລັດ​ຖະ​ການ ລະ​ຫວ່າງ ​ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ແລະ ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ ​ໄຊ​ປ​ຣັດ ທີ່ໄດ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 11/9/2015. ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສຳ​ເລັດ​ທຸກ​ລະ​ບ​ຽບ​ການ​ຕ່າງ​ປະ​ເທດ​ ຕາມ​ຂໍ້​ກຳ​ນົດ ແລະ ແຈ້ງ​ໃຫ້​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຮັບ​ຊາບ ​ກ່ຽວ​ກັບ​ວັນ​ເວ​ລາທີ່​ສັນ​ຍາ​ມີ​ຜົນ​ບັງ​ຄັບ​ໃຊ້.

        ກ່ອນ​ໜ້າ​ນັ້ນ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ສາ​ທາ​ລະ​ນະ​ລັດ ​ໄຊ​ປ​ຣັດ ລະ​ຫວ່າງວັນ​ທີ 11-12/9/2015, ທ່ານ Ioannis Kasoulides ລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ ສ​າ​ທາ​ລະ​ນະ​ ລັດ​ໄຊ​ປ​ຣັດ ແລະ ທ່ານ ບຸ່ຍ​ແທງ​ເຊີນ ຮອງລັດ​ຖະ​ມົນ​ຕີ​​​ກະ​ຊວງກ​ານຕ່າງ​ປະ​ເທດ ໄດ້​ເຊັນ​ສັນ​ຍາ​ຍົກ​ເວັ້ນວ​ີຊາ ໃຫ້​ຜູ້​ທີ່​ຖື​ໜັງ​ສື​ຜ່ານ​ແດນ​ທາງ​ການ​ທູດ ແລະ ໜັງ​ສື​ຜ່ານ​ແດນ​ທາງ​ລັດ​ຖະ​ການ ລະ​ຫວ່າງ ​ລັດ​ຖະ​ບານ ​ສາ​ທາ​ລະ​ນະ​ລັດ ​ສັງ​ຄົມ​ນິ​ຍົມ​ ຫວຽດ​ນາມ ແລະ ລັດ​ຖະ​ບານ ​ສາ​ທາ​ລະ​ນະ​ລັດ ​ໄຊ​ປ​ຣັດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ະ​ພາບ​ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​​ຜູ້​ແທນທຸກ​ຂັ້ນ; ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ນຳ​ເອົາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ​ໃຫ້ກາຍເປັນຈຸດ​ພົ້ນ​ເດັ່ນ ໃນ​ການ​ພົວ​ພັນ​ສອງ​ຝ່າຍ; ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບາງ​ມາດ​ຕະ​ການ ເພື່ອ​ສົ່ງ​ເສີມ ແລະ​ ສ້າງ​ເງື່ອນ​ໄຂ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ແລກ​ປ່ຽນ​ບົດ​ຮຽນ, ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື.

ຂ່າວ/ບົດ​ອື່ນ