ອາຊີຕາເວັນອອກສ່ຽງໃຕ້ ແມ່ນສະຖານທີ່ໄດ້ຮັບຄວາມນິຍົມທີ່ສຸດຂອງແຂກທ່ອງທ່ຽວຊາວ ຈີນ ໃນສັບປະດາພັກຜ່ອນ

(VOVWORLD) - ສະຖາບັນຄົ້ນຄວ້າການທ່ອງທ່ຽວ ຈີນ (CTA) ໃຫ້ຮູ້ວ່າ: ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຍັງຄົງແມ່ນສະຖານທີ່ທ່ອງທ່ຽວແຖວໜ້າຂອງຊາວ ຈີນ ເມື່ອເລືອກເຟັ້ນໄປທ່ອງທ່ຽວຢູ່ຕ່າງປະເທດໃນ “ສັບປະດາພັກຜ່ອນ”. 
ອາຊີຕາເວັນອອກສ່ຽງໃຕ້ ແມ່ນສະຖານທີ່ໄດ້ຮັບຄວາມນິຍົມທີ່ສຸດຂອງແຂກທ່ອງທ່ຽວຊາວ ຈີນ ໃນສັບປະດາພັກຜ່ອນ - ảnh 1 ແຂກທ່ອງທ່ຽວຈີນ ຢ້ຽມຢາມ ຍາຈາງ ຫວຽດນາມ (ພາບ: TTXVN)

ຕາມຕົວເລກສະຖິຕິຂອງ CTA ໄດ້ໃຫ້ເຫັນວ່າ: ໄທ, ສິງກະໂປ, ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ຟີລີບປິນ ແມ່ນ 6 ໃນຈຳນວນ 10 ສະຖານທີ່ທ່ອງທ່ຽວຢູ່ຕ່າງປະເທດ ທີ່ໄດ້ຮັບຄວາມນິຍົມທີ່ສຸດຂອງແຂກທ່ອງທ່ຽວຊາວ ຈີນ ໃນສັບປະດາພັກວັນຊາດທີ່ແກ່ຍາວແຕ່ວັນທີ 1 – 8 ຕຸລາ 2017. ແຂກທ່ອງທ່ຽວ ຈີນ ກ່ວາ 45% ໄດ້ເລືອກເຟັ້ນເອົາບັນດາປະເທດ ອາຊຽນ. ພ້ອມກັນນັ້ນ, ບັນດາປະເທດ ອາຊຽນ ກໍ່ເປີດ    ກ້ວາງບັນດານະໂຍບາຍບຸລິມະສິດກ່ຽວກັບດ້ານວີຊາຄົນເຂົ້າເມືອງໃຫ້ແຂກທ່ອງທ່ຽວ ຈີນ, ດ້ວຍ 9 ໃນຈຳນວນ 10 ປະເທດສະມາຊິກ ອາຊຽນ ໄດ້ນຳໃຊ້ນະໂຍບາຍຍົກເວັ້ນວິຊາ ຫຼື ອອກວິຊາຢູ່ດ່ານຊາຍແດນ./.

ຕອບກັບ

ຂ່າວ/ບົດ​ອື່ນ