ອາຊີຕາເວັນອອກ ເພີ່ມທະວີການເຊື່ອມຈອດໃນພາກພື້ນ
ເວທີປາໄສເສດຖະກິດໂລກ ອາຊີຕາເວັນອອກ ປີ 2012
ພາບ:quochoi.org |
(vovworld) - ອາຊີຕາເວັນອອກ ຄວນຊຸກຍູ້ການຮ່ວມມືກໍຄືເຊື່ອມໂຍງເຂົ້າກັບພາກພື້ນ. ນີ້ແມ່ນຄຳປາໄສຂອງທ່ານນາງນາຍົກລັດຖະມົນຕີ ໄທ ຍິ່ງຣັກ ຊີນະວັດ ທີ່ເວທີປາໄສເສດຖະກິດໂລກ ອາຊີຕາເວັນອອກ ປີ 2012 ຊຶ່ງອັດລົງໃນວັນທີ 1/6. ທ່ານນາງ ຍິ່ງຣັກ ໃຫ້ຮູ້ວ່າ: ມີ ສາມບັນຫາໃນການເຊື່ອມຈອດພາກພື້ນ. ທີຫນຶ່ງແມ່ນ ບັນຫາກ່ຽວຂ້ອງເຖິງການເຊື່ອມຈອດທາງດ້ານວັດຖຸ. ທີສອງແມ່ນສຸມໃສ່ເຂົ້າໃນບັນຫາເຊື່ອມຈອດຂົງເຂດບໍ່ແມ່ນວັດຖຸ, ເພື່ອເຮັດໄດ້ສິ່ງດັ່ງກ່າວ ຕ້ອງມີກົດໝາຍ ແລະ ຂໍ້ກຳນົດທາງດ້ານກົດໝາຍ ໝາຍຄວາມວ່າ ຂໍ້ຕົກລົງກ່ຽວກັບດ້ານຂົງສົ່ງຂ້າມຊາຍແດນລະຫວ່າງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ຄວນໄດ້ຮັບການສ້າງໃຫ້ສຳເລັດໂດຍໄວ. ຂົງເຂດທີສາມ ແມ່ນເລື່ອງຜັນຂະຫຍາຍການເຊື່ອມຈອດນອກພາກພື້ນ ອາຊຽນ ແລະ ອາຊີຕາເວັນອອກ. ທ່ານນາງນາຍົກລັດຖະມົນຕີ ໄທ ກໍເນັ້ນຫນັກເຖິງຄວາມຈຳເປັນເພີ່ມທະວີການເຊື່ອມຈອດລະຫວ່າງ ອາຊຽນ ແລະ ບັນດາປະເທດອື່ນໃນອາຊີຕາເວັນອອກກວ່າອີກ.