ອາຊຽນເຊີດຊູບັນດານັກກິລາໂອລິມປິກ ແລະ ປາຣາລິມປິກ ລີໂອ 2016

ອາຊຽນເຊີດຊູບັນດານັກກິລາໂອລິມປິກ ແລະ ປາຣາລິມປິກ ລີໂອ 2016 - ảnh 1
ອາຊຽນເຊີດຊູບັນດານັກກິລາໂອລິມປິກ
ແລະ ປາຣາລິມປິກ ລີໂອ 2016
(ພາບ: vietnamplus.vn)

(vovworld) - ວັນ​ທີ 30/11, ຄະ​ນະ​ເລ​ຂາ​ອາ​ຊຽນ​ໄດ້​ຈັດ​ຕັ້ງ​ພິ​ທີ​ເຊີດ​ຊູ​ບັນ​ດາ​ນັກ​ກິ​ລາ​ອາ​ຊຽນ​ ທີ່​ແຂ່ງ​ຂັນ​ຢູ່ ໂອ​ລິມ​ປິກ ແລະ ປາ​ຣາ​ລິມ​ປິກ​ເກມ ລີ​ໂອ 2016. ຜູ້​ຕາງ​ໜ້າ​ບັນ​ດາ​ຄະ​ນະ​ປະ​ຈຳ​ບັນ​ດາ​ປະ​ເທດ​ຢູ່ອາ​ຊຽນ ແລະ ຄູ່​ຮ່ວມ​ມື​ຄື ລາວ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄທ, ຫວຽດ​ນາມ, ອົດ​ສະ​ຕາ​ລີ ແລະ ບ​ຣາ​ຊິນ​ ໄດ້​ເຂົ້າ​ຮ່ວມ​ເຫດ​ການ​ດັ່ງ​ກ່າວ. ບັນ​ດາ​ນັກ​ກິ​ລາ​ທີ່​ມາ​ຈາກ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ເຂົ້າ​ຮ່ວມການ​ແຂ່ງ​ຂັນ​ຢູ່​ໂອ​ລິມ​ປິກ ແລະ ປາ​ຣາ​ລິມ​ປິກ​ໄດ້​ນຳ​​ມາ​ເຊິ່ງຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ໃຫ້​ພາກ​ພື້​ນ ເມື່ອ​ຍາດ​ໄດ້ຫຼຽນ​ທັງ​ໝົດ 49 ຫຼຽນ. ບັນ​ດາ​ຜົນ​ງານນີ້​ໄດ້​ສ້າງ​​ສະ​ຖິ​ຕິໃໝ່​ໃຫ້​ພາກ​ພື້ນ ແລະ ປະ​ກອບ​ສ່ວນ​ນຳ​ອາ​ຊຽນ​ກາຍ​ເປັນ​ພາກ​ພື້ນ​ມີ​ກຳ​ລັງ​​ຄວາມ​ສາ​ມາດແກ່ງ​ແຍ້ງ​ສູງ​ໃນ​ແຜນ​ທີ່​ກິ​ລາ​ໂລກ. ຕາງ​ໜ້າ​ໃຫ້​ນັກ​ກິ​ລາ​ອາ​ຊຽນ​ທັງ​ໝົດ, ນັກ​ກິ​ລາ​ຫວຽດ​ນາມ​ທີ່​ຄວ້າ​ໄດ້ຫຼຽນ​ຄຳ​ໂອ​ລິມ​ປິກ ຮ​ວ່າງ​ຊວນ​ວິງ ກ່າວ​ປາ​ໄສ​ໂດຍ​ເໜັ້ນ​ໜັກ​ວ່າ: “ ການ​ແຂ່ງ​ຂັນ​ແຕ່​ລະ​ຄັ້ງ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​​ມີບັນ​ດາ​ໝູ່​ເພື່ອນ​ໃໝ່. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພວກ​ເຮົາ​ຈະ​ມີ​ຜົນ​ງານຫຼາຍກວ່າ​ໃນ​ອະ​ນາ​ຄົດ​ເພື່ອ​ໃຫ້​ພວກ​ເຮົາ-ອາ​ຊຽນ​ພົ້ນ​ເດັ່ນ​ໃນ​ແຜນ​ທີ່​ໂລກ”.

ຂ່າວ/ບົດ​ອື່ນ