ອາຊຽນເພີ່ມທະວີຊຸກຍູ້ການຄ້າພາຍໃນກຸ່ມ

ອາຊຽນເພີ່ມທະວີຊຸກຍູ້ການຄ້າພາຍໃນກຸ່ມ - ảnh 1
ພາບປະກອບ

(vovworld) – ຕາມ​ບັນດາ​ຈຸດໝາຍ​ຂອງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ​ແລ້ວ, ​ໃນ​ປີ 2015,​ບັນດາ​ປະ​ເທ​ດສະມາຊິກ ອາ​ຊຽນ ​ໄດ້ ​ແລະ ພວມ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ແລະ ຫລຸດຜ່ອນ​ບັນດາຮົ້ວ​ກີດຂວາງ​ການ​ຄ້າ​ພາຍ​ໃນ​ກຸ່ມ​ໃນ​ຂົງ​ເຂດ​ອາຫານ​ປຸງ​ແຕ່ງ, ພ້ອມ​ທັງ​ປົກ​ປ​້ອງຜູ້​ບໍລິ​ໂພ​ກອຸປະ​ໂພ​ກ​ໃນ​ພາກ​ພື້ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ລະຫວ່າງ​ຄະນະ​ກຳມະການ​ທີ່​ປຶກສາ ອາ​ຊຽນ ກ່ຽວ​ກັບ​ກຸ່ມ​ປະຕິບັດ​ງານ​ມາດຖານ ​ແລະ ຄຸນ​ນະພາ​ບບັນດາ​ຜະລິດ​ຕະພັນ​ອາຫານ​ປຸງ​ແຕ່ງ (PFPWG) ​ແລະ ບັນດາ​ກຸ່ມ​ປະຕິບັດ​ງານ ອາຊຽນ ທີ່​ກ່ຽວຂ້ອ​ງ​ເຖິງ​ບັນດາ​ຂົງ​ເຂດ ສາທາລະນະ​ສຸກ, ກະສິກຳ ທີ່​ຫາ​ກໍ່​ຈັດ​ຕັ້ງ​ຂຶ້ນ​ຢູ່ ອິນ​ໂດ​ເນ​ເຊຍ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາ​ລື​ບັນຫາ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຖິງ​ລະບົບ​ຄຸ້ມ​ຄອງ ​ແລະ ວິວັດ​ການ​ຕີ​ລາຄາ​ເໝາະ​ສົມ​ທີ່​ຈຳ​ເປັນ​ເພື່ອ​ສົ່ງ​ເສີມ​ຕະຫຼາດ​ພາຍ​ໃນ​ທີ່​ມີ​ຕໍ່​ບັນດາ​ຜະລິດ​ຕະພັນ​ອາຫານ​ປຸງ​ແຕ່ງ. ພ້ອມ​ທັງ, ປຶກສາ​ຫາລື​ມາດ​ຕະການ​ຕ່າງໆ​ປົກ​ປ​້ອງຜູ້​ບໍລິ​ໂພ​ກບໍລິ​ໂພ​ກ, ​ແລ​ກປ່ຽນ​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ​ທັນ​ຍາ​ຫານ​ໃນ ອາ​ຊຽນ, ຄວາມ​ສົນ​ໃຈ ​ແລະ ຄວາມ​ຫວັງ​ຂອງ​ກຸ່ມ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ (SME) ​ໃນ​ພາກ​ພື້ນ, ຍົກ​ອອກ​ຂໍ້​ສະ​ເໜີ​​ແນະ​ເພື່ອ​ແນ​ໃສ່​ຊຸກຍູ້​ຂໍ້​ຕົກລົງ​ຮັບ​ຮູ້​ເຊິ່ງກັນ ​ແລະ ກັນ (MRA) ​ໃຫ້​ຂະ​ແໜງ​ອາຫານ​ປຸງ​ແຕ່ງ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ.

ຂ່າວ/ບົດ​ອື່ນ