ອາຊຽນແລະອີຢູຊຸກຍູ້ການຮ່ວມມືກ່ຽວກັບການອົບພະຍົບແລະຄຸ້ມຄອງຊາຍແດນ

ອາຊຽນແລະອີຢູຊຸກຍູ້ການຮ່ວມມືກ່ຽວກັບການອົບພະຍົບແລະຄຸ້ມຄອງຊາຍແດນ - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊ​ຸມ
ພາບ:TTXVN

(vovworld)-  ​ວັນ​ທີ 20/10 ຢູ່ ຈາ​ກາ​ຕາ ປະ​ເທດ ມາ​ເລ​ເຊຍ, ຄະ​ນະ​ເລ​ຂາ​ອາ​ຊຽນ ໄດ້​ໄຂ​ລາຍ​ການ​ຮ່ວມ​ມື ລະ​ຫວ່າງ ສະ​ຫະ​ພາບ​ເອີ​ລົບ - ອາ​ຊຽນ ກ່ຽວ​ກັບ​ການ​ອົບ​ພະ​ຍົບ ແລະ ຄ​ຸ້ມ​ຄອງ​ຊາຍ​ແດນ​ໄລ​ຍະ 2. ນີ້​ແມ່ນ​ໄລ​ຍະ​ຕໍ່​ໄປ​ຂອງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ລະ​ຫວ່າງ ອາ​ຊຽນ ແລະ ອີ​ຢູ ພາຍ​ຫລັງ​ໂຄງ​ການ​ທົດ​ລອງ​ເປີດກວ້າງ​ເຄືອ​ຂ່າຍ Interpol ແຫ່ງ​ຊາດ​ໄດ້​ຮັບ​ການ​ປະ​ຕິ​ບັດ ຢູ່ ກຳ​ປູ​ເຈຍ ແລະ ຫວຽດ​ນາມ ສຳ​ເລັດ​ຜົນ​ໃນ​ປີ 2012. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ບູ່ຍ​ຈີ​ເຟືອງ, ຫົວ​ຫນ້າ​ກົມ​ການ​ຕ່າງ​ປະ​ເທດ ຂຶ້ນ​ກັບ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ລາຍ​ການ ໃຫ້​ຮູ້​ວ່າ: ຫວຽດ​ນາມ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ລາຍ​ການ​ນັບ​ແຕ່​ໄລ​ຍະ​ຕົ້ນ ແລະ​ຈະ​ສືບ​ຕໍ່​ມີ​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ໄລ​ຍະ 2 ຂອງ​ລາຍ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ​ໃນ​ລາຍ​ການນີ້ ອີ​ຢູ ຈະ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ ອາ​ຊຽນ, ໃນ​ນັ້ນ ມີ​ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ກ່ຽວ​ກັບ​ການ​ຄວບ​ຄຸມ​ສະ​ພາບ​ອົບ​ພະ​ຍົບພາຍ​ໃນ​ກຸ່ມ ຫລື ວຽກ​ງານ​ເຂົ້າ​ອອກ​ເມືອງ​ຂອງ​ບັນ​ດາ​ພົນ​ລະ​ເມືອງ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ ພ້ອມ​ທັງ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ການ​ກວດ​ກາ​ຊາຍ​ແດນ.

 

ຂ່າວ/ບົດ​ອື່ນ