ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີກຳປູເຈຍ
ແລະ ທ່ານລັດຖະມົນຕີການຕ່າງປະເທດ ອີນໂດເນເຊຍ
(ພາບ: hecambodiaherald.com)
(vovworld) - ວັນທີ 22/10, ທີ່ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດກຳປູເຈຍ Hor Namhong ກັບທ່ານລັດຖະມົນຕີການຕ່າງປະເທດ ອີນໂດເນເຊຍ M.Natalegawa, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາພິພາດຢູ່ທະເລຕາເວັນອອກ ເພື່ອແນໃສ່ປະຕິບັດຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ມຸ່ງໄປເຖິງປະມວນລະບຽບການກ່ຽວກັບການປະພຶດຕໍ່ຢູ່ທະເລຕາເວັນອອກ (COC). ກ່າວຄຳເຫັນຕໍ່ວົງການກັບນັກຂ່າວພາຍຫຼັງການພົບປະ, ທ່ານ Hor Namhong ໃຫ້ຮູ້ວ່າ ການນຳຂັ້ນສູງ ອາຊຽນ - ຈີນ ປຶກສາຫາລືບັນຫາ COC ທີ່ກອງປະຊຸມຈະມາເຖິງຢູ່ ພູເກດ (ໄທ) ກໍຄືໃນບັນດາກອງປະຊຸມຕໍ່ໆໄປ. ທ່ານ Hor Namhong ໃຫ້ຮູ້ວ່າ ໄດ້ສະເໜີໃຫ້ທ່ານລັດຖະມົນຕີການຕ່າງປະເທດໄທ, ປະເທດປະສານງານອາຊຽນ ແລະ ຈີນ ໃນບັນຫາທະເລຕາເວັນອອກ, ຈັດຕັ້ງກອງປະຊຸມຢ່າງເປັນທາງການລະຫວ່າງອາຊຽນ ແລະ ຈີນ ກ່ຽວກັບບັນຫາ COC ໃນວັນທີ 29/10/2012.