ອາຊຽນ ມານະພະຍາຍາມສ້າງປະຊາຄົມໃນປີ 2015 ສຳເລັດຜົນ
(ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ)
(vovworld) – ກ່ອນກອງປະຊຸມຂັ້ນສູງອາຊຽນຄັ້ງທີ 24 ຈະຈັດຂຶ້ນຢູ່ມຽນມາ ໃນວັນທີ 10 ແລະ 11/05, ຕ້ອບສຳພາດກັບນັກຂ່າວກ່ຽວກັບເນື້ອໃນຕົ້ນຕໍ່ຂອງກອງປະຊຸມ ກໍ່ຄືບຸລິມະສິດຂອງຫວຽດນາມ ທີ່ກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ຢືນຢັນວ່າ, ກອງປະຊຸມຄັ້ງນີ້ຈະແມ່ນບານພັບໃຫ້ແກ່ການກຳນົດທິດການເຄື່ອນໄຫວຂອງອາຊຽນ ໃນທັງປີ 2014, ກະກຽມການສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015.
ເພື່ອເຕື້ອງເຖິງການເຂົ້າຮ່ວມຂອງຫວຽດນາມ ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຝ້າມກວາງວິງ ເນັ້ນໜັກວ່າ:
“ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ນຳໜ້າ, ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມຂັ້ນສູງ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ປະກອບສ່ວນເຂົ້າໃນບັນດາຂົງເຂດບຸລິມະສິດຂອງອາຊຽນ ຕາມເນື້ອໃນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຜິດຊອບ. ຕາມນັ້ນແລ້ວ, ຫວຽດນາມ ຈະປະກອບສ່ວນເຂົ້າໃນຈຸດໝາຍບຸລິມະສິດ ນັ້ນແມ່ນເຮັດແນວໃດປະຕິບັດການສ້າງປະຊາຄົມອາຊຽນ ໃນປີ 2015 ໃຫ້ໄດ້; ສ້າງວິໄສທັດເພື່ອອາຊຽນ ສາມາດພັດທະນາໃນໄລຍະຍາວ ແລະ ຍົກການເຊື່ອມຈອດອາຊຽນ ຂຶ້ນສູ່ລະດັບສູງໃໝ່ພາຍຫຼັງປີ 2015. ຫວຽດນາມ ກໍ່ເນັ້ນໜັກເຖິງເລື່ອງອາຊຽນ ຕ້ອງເປັນເຈົ້າການ ຕັ້ງໜ້າ ເສີມຂະຫຍາຍສຽງເວົ້າຂອງຕົນ ໃນບັນດາບັນຫາກ່ຽວຂ້ອງເຖິງພາກພື້ນ ກ່ຽວກັບສັນຕິພາບ, ຄວາມສະຫງົບປອດໄພ ແລະ ການຮ່ວມມືພັດທະນາໃນພາກພື້ນ”.
ທ່ານຮອງລັດຖະມົນຕີ ຝ້າມກວາງວິງ ກໍ່ຢືນຢັນວ່າ ທະເລຕາເວັນອອກ ແມ່ນເນື້ອໃນຕົ້ນຕໍ່ໃນກອງປະຊຸມຄັ້ງນີ້, ໂດຍສະເພາະແມ່ນໃນສະພາບທີ່ຈີນ ຫາກໍ່ມີການກຳທະລະເມີດອະທິປະໄຕຂອງຫວຽດນາມ.