ອາຊຽນ+3ເຫັນດີຊຸກຍູ້ການຮ່ວມມືດ້ານການເງິນ ແລະ ການຄ້າ

(VOVWORLD)-ວົງການການນຳຂະແໜງການເງິນບັນດາສະມາຊິກອາຊຽນ + 3 ໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າພາກພື້ຶ້ນ ແລະ ສະໜັບສະໜູນບັນດາລະບົບລົງທຶນ ແລະ ແລກປ່ຽນການຄ້າຫຼາຍຝ່າຍ. 

(vovworld)-ວັນທີ 05/05, ທີ່ກອງປະຊຸມບັນດາຜູ້ວ່າການທະນາຄານສູນກາງ ແລະ ລັດຖະມົນຕີກະຊວງການເງິນອາຊຽນ +3 ຄັ້ງທີ 20 ເຊິ່ງຖືກດຳເນີນຢູ່ນະຄອນ Yokohama, ປະເທດຍີ່ປຸ່ນ, ວົງການການນຳຂະແໜງການເງິນບັນດາສະມາຊິກອາຊຽນ ພ້ອມກັບ 3 ປະເທດຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ ໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າພາກພື້ຶ້ນ ແລະ ສະໜັບສະໜູນບັນດາລະບົບລົງທຶນ ແລະ ແລກປ່ຽນການຄ້າຫຼາຍຝ່າຍ. 

ອາຊຽນ+3ເຫັນດີຊຸກຍູ້ການຮ່ວມມືດ້ານການເງິນ ແລະ ການຄ້າ - ảnh 1 ອາຊຽນ+3ເຫັນດີຊຸກຍູ້ການຮ່ວມມືດ້ານການເງິນ ແລະ ການຄ້າ

(ພາບ: TTXVN)

ໃນຖະແຫຼງການພາຍຫຼັງກອງປະຊຸມ, ການນຳດ້ານການເງິນບັນດາປະເທດໄດ້ເຫັນດີຊຸກຍູ້ການເຕີບໂຕດ້ານເສດຖະກິດຢ່າງສະໝ່ຳສະເໝີ, ດຸ່ນດ່ຽງ ແລະ ຍືນຍົງ ຜ່ານການຜັນຂະຫຍາຍບັນດາເຄື່ອງມືນະໂຍບາຍທີ່ຈຳເປັນ ລວມທັງນະໂຍບາຍເງິນຕາ, ນະໂຍບາຍງົບປະມານ ຫຼື ປະຕິຮູບໂຄງປະກອບ, ຕາມທິດທັງຜັນຂະຫຍາຍສະເພາະຕ່າງຫາກ ຫຼື ສົມທົບກັນ. ບັນດາເຈົ້າໜ້າທີ່ກໍ່ຢືນຢັນຄືນໃໝ່ການໜູນຊ່ວຍສຳລັບບັນດາລະບົບລົງທຶນ ແລະ ການຄ້າຫຼາຍຝ່າຍ “ເປີດປະຕູ” ແລະ ອີງໃສ່ຫຼັກການດ້ານກົດໝາຍ, ພ້ອມທັງເຫັນດີເພີ່ມທະວີການຕິດຕາມກະແສທຶນ ແລະ ເອົາໃຈໃສ່ແກ້ໄຂບັນດາໄພນາບຂູ່ທີ່ຊ້ອນແຝງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ