(vovworld) - ໂດຍບໍ່ຫົວຊາຕໍ່ສະພາບການມືດມົວຂອງພື້ນຖານເສດຖະກິດທົ່ວໂລກນັ້ນ, ທະນາຄານໂລກ (WB) ໃຫ້ຂໍ້ສັງເກດວ່າ ບັນດາພື້ນຖານເສດຖະກິດຂອງພາກພື້ນອາຊີ - ປາຊີຟີກ ພວມໄດ້ຮັບການເຕີບໂຕ ສືບຕໍ່ສະແດງໃຫ້ເຫັນການພັດທະນາ. ບົດລາຍງານປະກາດໃນວັນທີ 19/12 ຂອງ WB ຄາດຄະເນວ່າ ບັນດາພື້ນຖານເສດຖະກິດອາຊີ - ປາຊີຟີກ ບັນລຸລະດັບເຕີບໂຕເສດຖະກິດ 7,5% ໃນປີ 2012, ຕຳກວ່າລະດັບ 8,3% ຂອງປີ 2011 ແຕ່ຈະບັນລຸລະດັບເຕີບໂຕ 7,9% ຄືນໃໝ່ໃນປີ 2013. ບົດລາຍງານໃຫ້ຂໍ້ສັງເກດວ່າ ບັນດາພື້ນຖານເສດຖະກິດພວມພັດທະນາຢູ່ອາຊີຕາເວັນອອກ, ນອກຈາກຈີນ, ລ້ວນແຕ່ບັນລຸລະດັບເຕີບໂຕສະເລ່ຍ 5,6% ໃນປີ 2012, ສູງກວ່າລະດັບ 4,4% ຂອງປີ 2011. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ການຟື້ນຟູຂອງໄທ ພາຍຫຼັງເກີດເຫດໄພນ້ຳຖວ້ມຄັ້ງປະຫວັດສາດເມື່ອປີ 2011, ການເຕີບໂຕຢ່າງແຮງຂອງ ຟີລິບປີນ, ການຊຸດໂຊມຢູ່ໃນລະດັບຕໍ່າຂອງ ຫວຽດນາມ ແລະ ອີນໂດເນເຊຍ ໄດ້ປະກອບສ່ວນສຳຄັນໃຫ້ແກ່ການຟື້ນຟູດັ່ງກ່າວຂອງເສດຖະກິດອາຊີຕາເວັນອອກ.