ອາຣັບບິ ຊະ​ອຸ​ດິ ຮຽກຮ້ອງ​ໃຫ້​ຮັບປະກັນ​ແຫຼ່ງສະໜອງພະລັງງານໜູນຊ່ວຍ ​ການ​ຟື້ນ​ຟູ​ເສດຖະກິດ​ທົ່ວ​ໂລກ

(VOVWORLD) -ວັນທີ 10 ເມສາ, ທ່ານລັດຖະມົນຕີກະຊວງພະລັງງານ ອາຣັບບິ ຊະອຸດິ Abdel Abdulaziz bin Salman ຖືວ່າ ເລື່ອງຮັບປະກັນແຫຼ່ງສະໜອງພະລັງງານ ແລະ ພະລັງງານຕ້ອງມີລາຄາພໍດີ ແມ່ນປັດໄຈຕົ້ນຕໍເພື່ອໜູນຊ່ວຍພື້ນຖານເສດຖະກິດທົ່ວໂລກຟື້ນຟູ ພາຍຫຼັງສິ້ນສຸດໂລກລະບາດໂຄວິດ - 19.
ອາຣັບບິ ຊະ​ອຸ​ດິ ຮຽກຮ້ອງ​ໃຫ້​ຮັບປະກັນ​ແຫຼ່ງສະໜອງພະລັງງານໜູນຊ່ວຍ ​ການ​ຟື້ນ​ຟູ​ເສດຖະກິດ​ທົ່ວ​ໂລກ - ảnh 1 (ພາບປະກອບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມອອນລາຍຂອງລັດຖະມົນຕີກະຊວງພະລັງງານບັນດາປະເທດ ກຸ່ມພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ທ່ານລັດຖະມົນຕີ Abdel Abdulaziz bin Salman ຊີ້ແຈ້ງວ່າ: ເລື່ອງມີແຫຼ່ງສະໜອງພະລັງງານ ທີ່ສາມາດສໍາຜັດໄດ້ງ່າຍ, ເປັນໜ້າໄວ້ວາງໃຈ ແລະ ລາຄາພໍດີນັ້ນ ໄດ້ຮັບຖືວ່າ ແມ່ນປັດໄຈຈໍາເປັນເພື່ອໝູນໃຊ້ບັນດາການບໍລິການພື້ນຖານ ໃນນັ້ນ ມີການເບິ່ງແຍງດູແລສຸຂະພາບ ແລະ ໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູພື້ນຖານເສດຖະກິດຂອງແຕ່ລະປະເທດ”. ທີ່ກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີກະຊວງພະລັງງານ ລັດເຊຍ Alexander Novak ກໍຮຽກຮ້ອງໃຫ້ບັນດາປະເທດ G20 ຮ່ວມມືກັບບັນດາປະເທດສະມາຊິກຂອງອົງການບັນດາປະເທດສົ່ງອອກນໍ້າມັນ OPEC ແລະ OPEC+ ເພື່ອສ້າງຕະຫຼາດພະລັງງານໂລກໃຫ້ເປັນປົກກະຕິ. ນະທີ່ນີ້, ອາຣັບບິ ຊະອຸດິ ກໍຮຽກຮ້ອງໃຫ້ບັນດາປະເທດ ເພີ່ມທະວີການເຈລະຈາ ແລະ ການຮ່ວມມືໃນທົ່ວໂລກ ເພື່ອຮັບປະກັນໃຫ້ຕະຫຼາດນໍ້າມັນເປັນປົກກະຕິ ແລະ ສ້າງທ່ວງທ່າພັດທະນາພື້ນຖານເສດຖະກິດທົ່ວໂລກໃຫ້ເຂັ້ມແຂງກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ