ອາເມລິກາກຽມພ້ອມໃຫ້ແກ່ການພົບປະຂັ້ນສຸດຍອດກັບສປປ.ເກົາຫຼີ

(VOVWORLD) -ວັນທີ 22 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໃຫ້ຮູ້ວ່າ

ອາເມລິກາກຽມພ້ອມໃຫ້ແກ່ການພົບປະຂັ້ນສຸດຍອດກັບສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: AFP/TTXVN)

ປະເທດນີ້ໄດ້ກຽມພ້ອມໃຫ້ແກ່ການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ແລ້ວ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Pompeo ຢືນຢັນວ່າ, ຈະເຮັດທຸກສິ່ງທຸກຢ່າງທີ່ສາມາດgເປັນໄປໄດ້ ເພື່ອໃຫ້ການພົບປະດຳເນີນໄປດ້ວຍຜົນສຳເລັດ. ທ່ານລັດຖະມົນຕີການຕ່າງປະເທດ Pompeo ກໍ່ຖືວ່າ, ຈີນ ໄດ້ມີ “ການໜູນຊ່ວຍມີລັກສະນະປະຫວັດສາດ” ໃນບັ້ນກໍ່ຄວາມກົດດັນຕໍ່ສປປ.ເກົາຫຼີ. ນອກຈາກນັ້ນ, ຕາມທ່ານ Pompeo ແລ້ວ, ສປປ.ເກົາຫຼີ ຈະເຫັນໄດ້ແຫຼ່ງລົງທຶນ ແລະ ບັນດາເຕັກໂນໂລຊີຂອງອາເມລິກາ ແມ່ນມີປະໂຫຍດທີ່ສຸດ.

      ແລະກໍ່ໃນວັນດຽວກັນ, ທຳນຽບປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ພ້ອມກັບຄູ່ຕຳແໜ່ງອາເມລິກາ Donald Trump ໄດ້ເຫັນດີຊຸກຍູ້ການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ ໃຫ້ດຳເນີນໄປຖືກຕ້ອງຕາມແຜນການທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ