ອາເມລິກາຈັດສົ່ງ ເຮືອບິນເອລີກອບເຕີ ໄປຍັງຖານທີ່ໝັ້ນຂອງ ຍີປຸ່ນຕື່ມອີກ

ອາເມລິກາຈັດສົ່ງ ເຮືອບິນເອລີກອບເຕີ ໄປຍັງຖານທີ່ໝັ້ນຂອງ ຍີປຸ່ນຕື່ມອີກ - ảnh 1
ເຮືອບິນ​ເອລີກ​ອບ​ເຕີ ຂົນ​ສົ່ງ MV – 22 Osprey (ພາບ: internet)

Vovworld- ຫວ່າງ​ແລ້ວ​ນີ້, ອາ​ເມ​ລິ​ກາ​ໄດ້​ຈັດ​ສົ່ງ​ເຮືອບິນ​ເອລີກ​ອບ​ເຕີ ຂົນ​ສົ່ງ MV – 22 Osprey ​ໄປ​ຍັງ​ຖານ​ທີ່​ໝັ້ນກອງທັບອາກາດ Futenma ຂອງ​ປະ​ເທດ​ນີ້​ຢູ່​ແຂວງ ​ໂອ​ກິ​ນາວາ ທາງ​ພາກ​ໃຕ້​ຍີ​ປຸ່ນ. ກ່ອນ​ໜ້າ​ນັ້ນ 1 ວັນ, ເຮືອບິນ​ເອລີກ​ອບ​ເຕີ ຍີ່​ຫໍ້ດຽວ​ກັນຈຳນວນ 6 ລຳ ກໍ​ຖືກ​ຈັດ​ສົ່ງ​​ໄປ​ຍັງ​ຖານ​ທີ່​ໝັ້ນ​ດັ່ງກ່າວ. ວັນ​ທີ 02/10, ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດຍີ​ປຸ່ນ Satoshi Morimoto ​ໃຫ້​ຮູ້​ວ່າ ​ມີ​ເຮືອບິນ Osprey ລວມທັງ​ໝົດ 12 ລຳຈະຖືກ​ຈັດ​ສົ່ງ​ມາ​ຍັງ ຖານ​ທີ່​ໝັ້ນກອງທັບ ອາກາດ​ແຫ່ງ​ນີ້ ນັບ​ແຕ່​ນີ້​ຮອດ​ທ້າຍ​ເດືອນ 10 . ປະຕິກິ​ລີ​ຍາ ຕໍ່​ເລື່ອງ ອາ​ເມ​ລິ​ກາ​​ຈັດ​ສົ່ງ​ເຮືອບິນ Osprey ​ໄປ​ຍັງ​ຖານ​ທີ່ໝັ້ນ​ຢູ່​ແຂວງ ​ໂອ​ກິ​ນາວາ, ມີ​ຊາວ​ທ້ອງ​ຖິ່ນ​ປະມານ 200 ຄົນ ​ໄດ້​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ເລື່ອງ​ດັ່ງກ່າວ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ​ປຸ່ນ Koichiro Gemba ອີກ​ເທື່ອ​ໜຶ່ງ​ໄດ້ຮຽກຮ້ອງ​ປະຊາຊົນ​ຢູ່​ ​ໂອ​ກິ​ນາວາ ຈົ່ງ​ຍອມຮັບ​ຕໍ່​ການຈັດ​ສົ່ງ​ເຮືອບິນ​ Osprey , ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ໃຫ້​ຄຳ​ຕັກ​ເຕືອນ​ວ່າ ​ເຮືອບິນ​ປະ​ເພດ​ນີ້ ຈະ​ສາມາດ​ປັບປຸງ​ກຳລັງ​ແຮງ​ຂອງ​ກອງທັບ​ອາ​ເມລິກາ ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ຍີ​ປຸ່ນ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ​ປຸ່ນ Koichiro Gemba ຍັງ​ໃຫ້​ຮູ້​ວ່າ ຈຳນວນ​ເຮືອບິນ​​ເຫຼົ່າ​ນັ້ນ ຍັງຈະ​ຖືກ​ຮັບ​ໃຊ້​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ໃນ​ເຫດ​ເກີດ​ໄພ​ທຳ​ມະ​ຊາດ​ອີກ​ດ້ວຍ
ຂ່າວ/ບົດ​ອື່ນ