ອາເມລິກາ,ຍີ່ປຸ່ນ,ສເກົາຫລີເລັ່ງລັດສປປເກົາຫລີປອດອາວຸດນິວເຄຼຍ

 ອາເມລິກາ,ຍີ່ປຸ່ນ,ສເກົາຫລີເລັ່ງລັດສປປເກົາຫລີປອດອາວຸດນິວເຄຼຍ - ảnh 1
ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາ​ຫລີ
ພາບ:internet

(vovworld)-​​ ວັນ​ທີ 19/6, ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ​ເກົາຫລີ ​ໄດ້​ຮຽກຮ້ອງ ສປປ ​ເກົາຫລີ ປະຕິບັດ​ບັນດາ​ບາດກ້າວ​ເດີນ​ມີ​ຄວາມ​ໝາຍ ​​ແນ​ໃສ່ປອດ​ອາວຸດ​ນິວ​ເຄຼຍ​ເພື່ອ​ແລກ​ເອົາ​ການ​ພົວພັນ​ອັນ​ດີງາມ​ກວ່າ​ກັບ 3 ປະ​ເທດ​ດັ່ງກ່າວ. ​ໃນ​ຖະ​ແຫລ​ງການ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ປະ​ກາດ​ພາຍຫລັງ​ການ​ປຶກສາ​ຫາລື​ຢູ່ ວໍ​ຊິງ​ຕັນ ລະຫວ່າງ​ ທ່ານ Glyn Davies ທູດ​ພິ​ເສດ ອາ​ເມ​ລິ​ກາ​ກ່ຽວ​ກັບ​ນະ​ໂຍບາຍ​ເກົາຫລີ ກັບ​ບັນດາ​ຄູ່​ຕຳ​ແຫນ່​ງຍີ່ປຸ່ນ Shinsuke Sugiyama ​ແລະ ສ​ເກົາຫລີ ທ່ານTae young, ສາມ​ປະ​ເທດ​ໄດ້​ເຫັນ​ດີຈະ​ປັບປຸງ​ການ​ພົວພັນ​ກັບ​ພຽງ​ຢາງ ຖ້າ​ຫາກ​ປະ​ເທດ​ນີ້​ປະຕິບັດ​ບັນດາ​ບາດກ້າວ​ເດີນ​ທີ່​ມີ​ຄວາມ​ໝາຍມຸ່ງ​ໄປ​ເຖິງ​​ປອດ​ອາວຸດ​ນິວ​ເຄຼຍ. ສາມ​ປະ​ເທດ​ກໍ​ຢືນຢັນ​ຄືນ​ຄຳ​ໝັ້ນ​ສັນຍາ​ດ້ວຍ​ຖະ​ແຫລ​ງການ​ຮ່ວມ​ຂອງ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຢູ່​ໃນ​ແຫລມ​ເກົາຫລີ​ເມື່ອ​ວັນ​ທີ 19/9/2005. ສາມ​ປະ​ເທດ​ຈະ​ສືບ​ຕໍ່​ພົວພັນ​ຕິດ​ຕໍ່​ຢ່າງ​ແຫນ້ນ​ແຟ້ນກັບ​ຈີນ, ລັດ​ເຊຍ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອື່ນ​ກ່ຽວ​ກັບ​ບັນຫາ​ ສປປ ເກົາຫລີ.

 

 

ຂ່າວ/ບົດ​ອື່ນ