ອາເມລິກາດຳເນີນການບຸກໂຈມຕີທາງອາກາດຄັ້ງໃໝ່ແນໃສ່ISຢູ່ອີຮັກ,ຊີຣີ

ອາເມລິກາດຳເນີນການບຸກໂຈມຕີທາງອາກາດຄັ້ງໃໝ່ແນໃສ່ISຢູ່ອີຮັກ,ຊີຣີ - ảnh 1
Kobane ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ
(ພາບ: AFP)

(vovworld) – ກອງ​ທັບ ອາ​ເມ​ລິ​ກາ ໃຫ​້​ຮູ້​ວ່າ: ບັນ​ດາ​ເຮືອ​ບິນ​ສຸ້​ຮົບ​ຂອງ​ປະ​ເທດນີ້​ໄດ້​ປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ 25 ຄັ້ງ​ຢູ່ ຊີ​ຣີ ແລະ ອີ​ຣັກ ໃນ​ວັນ​ທີ 17 – 18/10, ເພື່ອ​ແນ​ໃສ່​ບັນ​ດາ​ທະ​ຫານ​ກະ​ບົດ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ແລະ ບັນ​ດາ​ຮາກ​ຖານ​ນ້ຳ​ມັນ​ແຮ່ໂດຍ​ກຳ​ລັງ​ນີ້​ຄວບ​ຄຸມ. ແຈ້ງ​ການ​ລະ​ອຽດ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຄັ້ງ​ໃໝ່, ກອງ​ບັນ​ຊາ​ການ​ສູນ​ກາງ​ຂອງກອງ​ທັບ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ໃນ​ຈຳ​ນວນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃໝ່ 15 ຄັ້ງ​ຢູ່ ຊີ​ຣີນັ້ນ, ມີ 12 ຄັ້ງ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ກຳ​ລັງ​ນີ້​ອ່ອນ​ເພ້ຍ​ລົງ ແລະ ທຳ​ລາຍ​ການ​ເຄື່ອນ​ໄຫວ​ຜະ​ລິດ, ເກັບ​ກຳ​ນ້ຳ​ມັນ​ແຮ່ກໍ່​ຄື​ບັນ​ດາ​ຮາກ​ຖານ​ສະ​ສົມ ແລະ ຂົນ​ສົ່ງ​ນຳ​້​ມັນ​ຂອງ IS ຢູ່​ທາ​ງ​ທິດ​ຕາ​ເວ​ັນ​ອອກ​ແຂວງ Diban ແລະ ​ທາ​ງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແຂ​ວງ Deir Ezzor. ສ່ວນ​ການ​ບຸກ​ໂຈມ​ຕີ 3 ຄັ້ງ​​ອີກ​ແມ່ນເພື່ອ​ແນ​ໃສ່​ບັນ​ດາ​​ຖານ​ທີ່ໝັ້ນສຸ້​ຮົບ​ຂອງ IS ຢູ່​ໃກ​້​ກັບ​ເທດ​ສະ​ບານເມືອງ Kobane ແລະ ​ຄ້າຍ​ທະ​ຫານ​ຢູ່​​ແຂວງ Raqa.


ຂ່າວ/ບົດ​ອື່ນ