ອາເມລິກາປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມກວ່າອີກ

ອາເມລິກາປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມກວ່າອີກ - ảnh 1
(​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ)

(vovworld) – ວັນ​ທີ 05/12, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຟ້າ​ມກວາງ​ວິ​ງ ​ໄດ້ຍື່ນ​ສານ​ຕາ​ຕັ້ງທີ່ຄັດ​ຈາກ​ຕົ້ນ​ສະບັບ​ໃຫ​້ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ. ​ເຂົ້າ​ຮ່ວມ​ພິທີ, ມີ​ທ່ານນາງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Heather Higginbottom, ທ່ານ​​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ຄົ​ນ​ໃໝ່​ປະຈຳ​ຫວຽດນາມ Ted Osius. ທ່ານ​ເອກ​ອັກຄະ​ລັດ​ຖະທູດ ຟ້າ​ມກວາງ​ວິ​ງ ​ໃຫ້​ຮູ້​ໜ້າ​ທີ່ຈຸດ​ສຸ​ມ​ໃນ​ຊຸມ​ປີ​ຕໍ່​ໄປ​ແມ່ນ ສືບ​ຕໍ່​ຜັນ​ຂະຫຍາຍ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ເຊິ່ງ​ໄດ້​ສ້າງ​ຕັ້ງ​​ເມື່ອ​ເດືອນ 07/2013 ​ໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ເລື່ອງ 2 ປະ​ເທດ​ຈະ​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2015 ​ດ້ວຍ​​ການ​ເຄື່ອນ​ໄຫວຕ່າງໆ​ຫຼາຍ​ຢ່າງເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ທັງ 2 ປະ​ເທດ. ສ່ວນ​ທ່ານນາງລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ Higginbottom ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ການ​ພົວພັນລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ຢືນຢັນ​ວ່າ, ອາ​ເມ​ລິ​ກາ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບຫວຽດນາມ ກວ່າ​ອີກ, ​​ເຫັນ​ດີ​​ເປັນ​ເອກະສັນກັນ​ວ່າ 2 ປະ​ເທດ​ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກວ່າ​ອີກ.

ອາເມລິກາປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມກວ່າອີກ - ảnh 2
ພິທີມອບ​ລາງວັນໃນ​ການ​ອອກ​ແບບ ​ໂລ​ໂກ
(ພາບ: thanhnien.com.vn)


​       ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະຖານທູ​ດອາ​ເມ​ລິ​ກາ ປະຈຳ​ອາ​ຫວຽດນາມ ​ໄດ້​ຈັດ​ພິທີ​ປະກາດ ​ແລະ ມອບ​ລາງວັນ​ໃຫ້ 3 ຄົນທີ່​ຍາດ​​​ໄດ້​ລາງວັນ​ໃນ​ການ​ອອກ​ແບບ ​ໂລ​ໂກ ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດລະ​ຫວ່າງ​ຫວຽດນາມ - ອາ​ເມລິ​ກາ (1995 - 2015). ​ໃນ​ນັ້ນ, ລາງວັນ​ທີ​ໜຶ່ງ​ໄດ້​ມອບ​ໃຫ້​ແກ່ ດວານ​ຫາຍ​ຕູ໋, ມາ​ຈາກ​ນະຄອນ​ໂຮ່ຈິ​ມິນ. ​ໂລ​ໂກ ຍາດ​​ໄດ້​ລາງວັນ​ທີໜຶ່ງ ມີ​ພາບ ​ແລະ ທຸງຊາດ​ຫວຽດນາມ - ອາ​ເມ​ລິ​ກາ, ​ໄດ້​ສະ​ແດງ​​ໃຫ້​ເຫັນການ​ພົວພັນ​ລະຫວ່າງ 2 ປະ​ເທດ ທີ່​ພວມ​ມີ​ການ​ຮ່ວມ​ມື​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ. ​ໂລ​ໂກ ຈະ​ໄດ້​ພິມ​ໃນ​ບັນດາ​ເອກະສານສະ​ເຫຼີ​ມສະຫຼອງ​ຂອງ​ສະຖານທູດ​ອາ​ເມ​ລິ​ກາ ​ໃນ​ຕະຫຼອດ​ປີ 2015.

ຂ່າວ/ບົດ​ອື່ນ