ອາເມລິກາສ້າງໂອກາດ ໃຫ້ອີຣານເຂົ້າຮ່ວມແກ້ໄຂ ການປະທະຢູ່ຊີຣີ ເປັນຄັ້ງທຳອິດ
ສະພາບຫລັງການປະທະກັນຢູ່ນະຄອນ Aleppo
ທາງພາກເໜືອຊີຣີ ໃນວັນທີ 24/1/2013
(ພາບ: AFP-TTXVN)
(vovworld)- ວັນທີ 4/1, ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ປະກາດວ່າ: ອາຣານ ອາດຈະສວມບົດບາດໜູນຊ່ວຍ “ຢູ່ນອກ“ ໃຫ້ແກ່ວິວັດທະນາການເຈລະຈາສັນຕິພາບຢູ່ຊີຣີ. ນີ້ແມ່ນຄັ້ງທຳອິດທີ່ຜູ້ນຳຂະແໜງການຕ່າງປະເທດອາເມລິກາ ປະກາດສານອັນຕັ້ງໜ້າກ່ຽວກັບຄວາມສາມາດ ເຂົ້າຮ່ວມການເຈລະຈາສາກົນຄັ້ງຕ່າງໆຂອງເຕເຮຣານ ເພື່ອແນໃສ່ແກ້ໄຂບັນຫາຊີຣີ. ທີ່ການປະຊຸມຂ່າວ ໃນໂອກາດໄປຢ້ຽມຢາມອິດສະຣາແອນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ສ້າງກາລະໂອກາດໃຫ້ອີຣານ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບຊີຣີ ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 22/1 ຢູ່ເຊີແນວ ປະເທດສະວິດ ຫຼືເອີ້ນວ່າ ກອງປະຊຸມເຊີແນວ 2. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ John Kerry ຍັງຢ້ຳຄືນທັດສະນະຂອງວໍຊິງຕັນ ທີ່ວ່າ: ການມີໜ້າຂອງ ເຕເຮຣານ ພຽງແຕ່ຢູ່ໃນລະດັບຈຳກັດເທົ່ານັ້ນ ແລະ ມີແຕ່ຢູ່ນອນກຫາກບໍ່ແມ່ນເຂົ້າຮ່ວມຢ່າງເປັນທາງການ, ພ້ອມກັນນັ້ນຕ້ອງຂຶ້ນກັບຂໍ້ຕົກລົງຂອງທ່ານເລຂາທິການ ໃຫ່ຍ ສປຊ./.