ອາ​ເມ​ລິ​ກາ ​ກະຕຸກ​ຊຸກຍູ້ ຈີນ ​ເພີ່ມ​ທະວີ​ການ​ຊື້ສິນຄ້າ ​ເມື່ອ ​ເສດຖະກິດ​ຄ່ອຍໆ​​ຟື້ນ​ຟູ

(VOVWORLD) -ຫ້ອງການການຄ້າ ອາເມລິກາ ໄດ້ກະຕຸກຊຸກຍູ້ໃຫ້ ຈີນ ຍູ້ແຮງການຊື້ສິນຄ້າຂອງ ອາເມລິກາໃນສະພາບການພື້ນຖານເສດຖະກິດ ອາຊີ - ເຊິ່ງເປັນຕະຫຼາດໃຫຍ່ອັນດັບ 2 ໃນໂລກນີ້ ພວມໄດ້ຮັບການຟື້ນຟູ ພາຍຫຼັງໂລກລະບາດໂຄວິດ - 19.
ອາ​ເມ​ລິ​ກາ ​ກະຕຸກ​ຊຸກຍູ້ ຈີນ ​ເພີ່ມ​ທະວີ​ການ​ຊື້ສິນຄ້າ ​ເມື່ອ ​ເສດຖະກິດ​ຄ່ອຍໆ​​ຟື້ນ​ຟູ - ảnh 1 (ພາບະກອບ: THX/TTXVN)

 ກ່າວຄໍາເຫັນໃນວັນທີ 8 ພຶດສະພາ, ທ່ານ Myron Brinliant ຫົວໜ່ວຍພະແນກບັນດາບັນຫາສາກົນ ຂອງ ຫ້ອງການການຄ້າ ອາເມລິກາ  ຊີ້ແຈ້ງວ່າ “ເມື່ອພື້ນຖານເສດຖະກິດຂອງ ຈີນ ພວມຄ່ອຍໆກັບຄືນສູ່ຄວາມເປັນປົກກະຕິນັ້ນ, ອາເມລິກາ ຫວັງວ່າ ຈີນ ຈະຍູ້ໄວການເຄື່ອນໄຫວຊື້ບັນດາຜະລິດຕະພັນຂອງ ອາເມລິກາ ເພື່ອໃຫ້ເໝາະສົມກັບຂໍ້ຕົກລົງໄລຍະ 1 ແລະ ສືບຕໍ່ວາງອອກບັນດາມາດຕະການເພື່ອເປີດປະຕູພື້ນຖານເສດຖະກິດຕື່ມອີກ.”

        ໃນຂະນະນັ້ນ, ບັນດານັກເຈລະຈາດ້ານການຄ້າ ລະຫວ່າງ ອາເມລິກາ ແລະ ຈີນ ໄດ້ວາງແຜນຈັດຕັ້ງກອງປະຊຸມອອນລາຍ ໃນຕົ້ນອາທິດຈະມາເຖິງ ເພື່ອປຶກສາຫາລືຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະ 1, ພາຍຫຼັງ ທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ວ່າ ຈະຢຸດຕິຂໍ້ຕົກລົງດັ່ງກ່າວ ຖ້າຫາກວ່າ ຈີນບໍ່ປະຕິບັດພັນທະຂອງຕົນຢ່າງຄົບຖ້ວນ.


ຕອບກັບ

ຂ່າວ/ບົດ​ອື່ນ