ອາເມລິກາ ກ່າວເຕືອນທີ່ແຂງແກ່ນສຳລັບ IS

ອາເມລິກາ ກ່າວເຕືອນທີ່ແຂງແກ່ນສຳລັບ IS - ảnh 1
                                       ລົດ​ເກັງ​ຄັນ​ໜຶ່ງ​ຂອງ IS ຖືກ​ຍິງ​ທຳ​ລາຍ
                                               (ພາບ: reuters )

(vovworld)- ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ Barack Obama ໄດ້​ໃຫ້​ຄຳ​ກ່າວ​ເຕືອນ​ທີ່​ແຂງ​ແກ່ນ​ສຳ​ລັບ​ກຳ​ລັງ​ກະ​ບົດ​ສັງ​ກັດ​ອົງ​ການລັດອິດ​ສະ​ລ​າມ​ໂດຍ​ຂະ​ໜານ​ນາມ​ເອງ IS ວ່າ : ສຳ​ພັນ​ທະ​ມິດ​ສາ​ກົນ​ຈະ​ດັບ​ສູນ IS ຢ່າງ​ສິ້ນ​ເຊິ່ງ, ບໍ່​ປະ​ໃຫ້​ກຸ່ມນີ້​ມີ​ບ່ອນ​ລີ້​ຊ້ອນ​ຕົວ. ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ Barack Obama ຢືນ​ຢັນ​ວ່າ ກຳ​ລັງ​ທະ​ຫານ​ປະ​ສົມ​ພວມ​ຍາດ​ໄຊ​ຊະ​ນະ​ໃນ​ການ​ທຳ​ລາຍ​ກຳ​ລັງ​ສູ້​ຮົບ​ຂອງ IS ຢູ່​ຊີ​ຣີ ແລະ ອີ​ຣັກ. ເຖິ​ງວ່າ​ຍັງ​ບໍ່​ທັນ​ເຮັດ​ໃຫ້ IS ຫຼຸດ​ຜ່ອນ​ການ​ສົ່ງ​ຜົນ​ສະ​ທ້ອນ​ກໍ​ຕາມ, ແຕ່ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ Barack Obama ຢືນ​ຢັນ​ວ່າ ສຳ​ພັນ​ທະ​ມິດ​ສາ​ກົນ ພວມ​ມຸ່ງ​ໄປ​ສູ່​ຈຸດ​ໝາຍ​ໄລ​ຍະ​ຍາວ​ແທນ​ທີ່​ປະ​ຕິ​ບັດ​ການ​ຍາດ​ເອົາ​ໄຊ​ຊະ​ນະ​ເປັນ​ຢ່າງ​ໄວ​ຄື IS ພວມ​ປະ​ຕິ​ບັດ. 

ຂ່າວ/ບົດ​ອື່ນ