ອາເມລິກາ ຊ່ວຍ ຫວຽດນາມ ແກ້ໄຂ ຜົນຮ້ານຢ້ອນຫຼັງຈາກ ທາດພິດສີສົ້ມ/ດີໂອຊິນ

ອາເມລິກາ ຊ່ວຍ ຫວຽດນາມ ແກ້ໄຂ ຜົນຮ້ານຢ້ອນຫຼັງຈາກ ທາດພິດສີສົ້ມ/ດີໂອຊິນ - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) – ວັນ​ທີ 8/5, ຢູ່​ຮ່າ​ໂນ້ຍ, ອາ​ເມ​ລິ​ກາ ​ໄດ້​ປະກາດ​ແຜນ​ອອກ​ແບບ​ສັງ​ລວມລະບົບ​ບຳບັດມົນ​ລະ​ພິດ​ສິ່ງ​ແວດລ້ອ​ມ ເພື່ອ​​ລ້າງ ດີ​ໂອ​ຊິນ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກທາດ​ພິດສີ​ສົ້ມ ຢູ່​ເຂດ​ສະໜາມ​ບິນ ດ່າ​ໜັງ. ຍອດ​ວ່າ, ຍາດ​ຈຳນວນ​ເງິນ​ໃຫ້​ແກ່​ໂຄງການ​ນີ້​ແມ່ນ 43 ລ້ານ USD. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ແຜນ​ອອກ​ແບບ​ເຕັກນິກ​ເຕັກ​ໂນ​ໂລ​ຢີ​ບຳບັດ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ ຢູ່​ສະໜາມ​ບິນ ດ່າ​ໜັງ, ທ່ານ Donald Steinberg, ຮອງ​ຜູ້ອຳນວຍການ​ທົ່ວ​ໂລກ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (ຫຼື USAID), ​ໃຫ້​ຮູ້​ວ່າ: ວິທີ​ເຕັກ​ນິກ ລ້າງ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນແມ່ນ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ​​ເຊິ່ງໄດ້ນຳ​ໃຊ້​ຢູ່ ອາ​ເມ​ລິ​ກາ, ​ເອີ​ລົບ ​ແລະ ອາຊີ ​ເພື່ອ​ຮັບປະກັນ​ສິ່ງ​ແວດ​ລ້ອມ​ໃຫ້​ແກ່ປະຊາຊົນ​ນັບ​ລ້ານ​ຄົນ ​ແລະ ລຸ້ນຕໍ່ໆ​ໄປ. ຄາດ​ວ່າ, ກາງປີ​ນີ້ລັດຖະບານ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ຈະຈັດພິທີ​ເລີ່​ມລົງມື​ບຳບັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢູ່​ສະໜາມ​ບິນ ດ່າ​ໜັງ​. USAID ​ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ບຳບັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢູ່​ສະໜາມ​ບິນ ບຽນຮ່ວາ ​ແລະ ສະໜາມ​ບິນ ຟູ່ກາດ.

ຂ່າວ/ບົດ​ອື່ນ