ອາ​ເມ​ລິ​ກາ ປະ​ຕິ​ເສດ​ຂ່າວ​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ນັກ​ໂທດ​ກັບ ອີ​ຣານ

(VOVWORLD) - ກະຊວງການຕ່າງປະເທດ ອາເມລິກາ ກໍ່ເນັ້ນໜັກວ່າ ຈະສືບຕໍ່ມານະພະຍາຍາມ ເພື່ອໜູນຊ່ວຍພົນລະເມືອງປະເທດນີ້ ທີ່ຖືກຈັບຕົວຢູ່ ອີຣານ ສາມາດກັບເມືອປະເທດ.
ອາ​ເມ​ລິ​ກາ ປະ​ຕິ​ເສດ​ຂ່າວ​ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ນັກ​ໂທດ​ກັບ ອີ​ຣານ - ảnh 1

(ພາບ: AFP/TTXVN)

    ວັນທີ 2 ພຶດສະພາ, ທຳນຽບຂາວ ໄດ້ປະຕິເສດຂ່າວຈາກ ເຕເຮຣານ ທີ່ວ່າ ອາເມລິກາ ໄດ້ເຫັນດີກັບ ອີຣານ ກ່ຽວກັບເລື່ອງປ່ອຍຕົວນັກໂທດ 4 ຄົນທີ່ຖືກ ອາເມລິກາ ຄຸ້ມຂັງຢູ່ປະເທດນີ້. ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ເນັ້ນໜັກວ່າ ຈະສືບຕໍ່ມານະພະຍາຍາມ ເພື່ອໜູນຊ່ວຍພົນລະເມືອງປະເທດນີ້ ທີ່ຖືກຈັບຕົວຢູ່ ອີຣານ ສາມາດກັບເມືອປະເທດ.

   ບັນດາຄຳຖະແຫຼງດັ່ງກ່າວໄດ້ຍົກອອກມາ ພາຍຫຼັງໂທລະພາບແຫ່ງລັດ ອີຣານ ໄດ້ຄັດສະເໜີຂ່າວທີ່ວ່າ ເຈົ້າໜ້າທີ່ບໍ່ເຜີຍຊື່ໃຫ້ຮູ້ວ່າ ອາເມລິກາ ຕົກລົງຈະ “ປົດປ່ອຍ” ເງິນຈຳນວນ 7 ຕື້ USD ໃນບັນຊີເງິນຝາກທີ່ຖືກປິດໄວ້ຂອງອີຣານ ແລະ ປ່ອຍຕົວເປັນອິດສະຫຼະໃຫ້ພົນລະເມືອງ ອີຣານ 4 ຄົນທີ່ຖືກກ່າວຫາວ່າ ບໍ່ປະຕິບັດຄຳສັ່ງລົງໂທດ ເພື່ອແລກເອົາເລື່ອງປ່ອຍຕົວຊາວ ອາເມລິກາ 4 ຄົນ ທີ່ຖືກກ່າວຫາວ່າເປັນນັກສືບ.

   ການແລກປ່ຽນນັກໂທດຄັ້ງຫຼ້າສຸດລະຫວ່າງສອງຝ່າຍ ແມ່ນດຳເນີນເມື່ອທ້າຍປີ 2019 ຂະນະທີ່ ອີຣານ ໄດ້ປ່ອຍຕົວນັກສຶກສາ ອາເມລິກາ ຄົນໜຶ່ງ ທີ່ຖືກຄຸ້ມຂັງ 3 ປີດ້ວຍຄຳກ່າວຫາວ່າເປັນນັກສືບ ເພື່ອແລກເອົາຄວາມເປັນອິດສະຫຼະໃຫ້ແກ່ນັກຄົ້ນຄ້ວາ ອີຣານ ທ່ານ 1 ທີ່ຖືກກ່າວຫາວ່າ ໄດ້ລະເມີດບັນດາຄຳສັ່ງລົງໂທດຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ